ເຮືອຣີສອດປາກນໍ້າຄານຄອງເຈົ້າທ່າຊ່ວງເຮືອປະເພນີທ່າວັດຈັນປະຈໍາປີ 2019

ໃນໂອກາດບຸນອອກພັນສາປະວໍລະນາແລະບຸນຊ່ວງເຮືອປະເພນີປະຈຳປີ 2019 ຫລາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດການແຂ່ງຂັນຊ່ວງເຮືອປະເພນີດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນແລະສໍາລັບບຸນຊ່ວງເຮືອຢູ່ທ່າວັດຈັນນະຄອນຫລວງວຽງຈັນປະຈໍາປີນີ້, ໄດ້ມີມວນຊົນຊາວນະຄອນຫລວງວຽງຈັນຕະຫລອດຮອດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າຮ່ວມຊົມຮ່ວມເຊຍຢ່າງຄັບຄາໜາແໜ້ນ, ພິເສດໄດ້ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາຮອງເຈົ້າຄອງ ຈາກປະເທດເພື່ອນບ້ານ ພ້ອມດ້ວຍມວນຊົນ ຊາວນະຄອນຫລວງ ເຂົ້າຮ່ວມຈຳນວນຫລາຍ.
ການແຂ່ງຂັນປີນີ້,ໄດ້ຈັດຂຶ້ນຢູ່ເຂດໃຕ້ຂອງຫາດດອນຈັນອອກໄປຮອດແຄມຝັ່ງນໍ້າຂອງໃນບໍລິເວນໂຮງແຮມແລນມາກ, ຊຶ່ງມີເຮືອປະເພນີຊາຍ 7 ລຳ, ເຮືອປະເພນີຍິງ 6 ລຳ,ເຮືອສູດຊາຍ 7 ລຳ ແລະ ເຮືອກິລາ 12 ສີພາຍ 6 ລຳ. ຜ່ານການແຂ່ງຂັນຊະນະເລີດປະເພດເຮືອປະເພນີຊາຍໄດ້ແກ່ເຮືອຣີສອດປາກນໍ້າຄານໄດ້ຮັບຂັນເງິນນໍ້າໜັກ 1 ກິໂລ, ພ້ອມເງິນສົດ 31 ລ້ານກີບ. ອັນດັບທີ 2 ໄດ້ແກ່ເຮືອທະນາຄານຮ່ວມພັດທະນາໄດ້ຮັບຂັນເງິນນໍ້າໜັກ 0,75 ກິໂລ, ພ້ອມເງິນສົດ 15 ລ້ານກີບ. ອັນດັບທີ 3 ໄດ້ແກ່ເຮືອພອນສະຫວັນ 99 (1) ໄດ້ຮັບຂັນເງິນໜັກ 0,7 ກິໂລ, ພ້ອມເງິນສົດ 15 ລ້ານກີບ. ສຳລັບຊະນະເລີດປະເພດເຮືອປະເພນີຍິງໄດ້ແກ່ເຮືອບໍລິສັດແສງເພັດກໍ່ສ້າງ. ອັນດັບທີ 2 ໄດ້ແກ່ເຮືອຄອນສະຫວັນ 99 (1) ແລະ ອັນດັບ 3 ໄດ້ແກ່ເຮືອຄອນສະຫວັນ 99 (2) ສ່ວນລາງວັນແມ່ນຄືກັນກັບເຮືອປະເພນີຊາຍ.


ສໍາລັບຊະນະເລີດປະເພດເຮືອສູດຊາຍໄດ້ແກ່ເຮືອບໍລິສັດ ແສງເພັດກໍ່ສ້າງ ໄດ້ຮັບຂັນເງິນໜັກ 1 ກິໂລ, ພ້ອມເງິນສົດ 15 ລ້ານກີບ. ອັນດັບທີ 2 ໄດ້ແກ່ ທະນາຄານຮ່ວມພັດທະນາ ໄດ້ຮັບຂັນເງິນໜັກ 0,75ກິໂລ, ພ້ອມເງິນສົດ15 ລ້ານກີບ,ອັນດັບທີ 3 ໄດ້ແກ່ເຮືອອຸດສາຫະກຳເຫລັກ ໄດ້ຮັບຂັນເງິນໜັກ 0,5 ກິໂລ, ພ້ອມເງິນສົດ 5 ລ້ານກີບ.ສ່ວນເຮືອກິລາ 12 ສີພາຍຊະນະເລີດໄດ້ແກ່ນາວາສັກສິດ ໄດ້ຮັບຂັນລາງວັນພ້ອມເງິນສົດ 10 ລ້ານກີບ, ອັນດັບທີ 2 ໄດ້ແກ່ເຮືອບ້ານ ໄຊສະຫວ່າງ ໄດ້ຮັບຂັນລາງວັນພ້ອມເງິນສົດ8 ລ້ານກີບແລະອັນດັບ 3 ເຮືອບ້ານ ໄຊສະຖານ ໄດ້ຮັບຂັນລາງວັນພ້ອມເງິນສົດ 6 ລ້ານກີບ ແລະ ອັນດັບທີ 4 ເຮືອສົມຈັນມິນິມາກ ໄດ້ຮັບຂັນລາງວັນພ້ອມເງິນສົດຈໍານວນໜຶ່ງ, ໂດຍໃຫ້ກຽດມອບລາງວັນຂອງທ່ານສີຫຸນສິດທິລືໄຊຮອງເຈົ້າຄອງນະຄອນຫລວງວຽງຈັນ.
ທ່ານເຈົ້າເມືອງຈັນທະບູລີໃຫ້ຮູ້ວ່າ: ການແຂ່ງຂັນຊ່ວງເຮືອທ່າວັດຈັນປະຈໍາປີນີ້ແມ່ນປະສົບຜົນສໍາເລັດຕາມຄາດໝາຍວາງໄວ້, ໂດຍສະເພາະສາມາດຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍແລະສະຫງົບປອດໄພ, ທັງຮັກສາໄດ້ການສົ່ງເສີມຮີດຄອງປະເພນີແລະເອກກະລັກວັດທະນະທໍາອັນດີງາມຂອງຊາດ, ຄຽງຄູ່ກັນນັ້ນກໍເຫັນວ່າຍັງມີບາງດ້ານຍັງເຮັດບໍ່ທັນໄດ້ດີເປັນຕົ້ນ: ມີການສວຍໂອກາດເກັບຄ່າຝາກລົດເກີນລາຄາທີ່ຄະນະກໍາມະການຈັດງານກໍານົດ, ການໂຄສະນາຈໍາໜ່າຍສີນຄ້າຍັງໃຊ້ສຽງດັງ, ການຮັກສາຄວາມສະອາດຕ່າງໆຍັງບໍ່ທັນເຮັດໄດ້ດີແລະບັນຫາອື່ນໆ, ເຊິ່ງຈະໄດ້ຖອດຖອນບົດຮຽນຄືນເພື່ອເຮັດໃຫ້ການຈັດງານໃນປີໜ້າມີຜົນສໍາເລັດດີຂຶ້ນກວ່າເກົ່າ.