ຮອງນາຍົກ ເນັ້ນຂະແຫນງວິທະຍາສາດ ເປັນເຈົ້າການພັດທະນາ ເຕັກໂນໂລຊີໃຫ້ທັນສະໄໝ
ໃນໂອກາດການເຂົ້າຮ່ວມກອງປະຊຸມວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະເທດ ຄັ້ງທີ III ຂຶ້ນ ຢູ່ ນະຄອນຫລວງວຽງຈັນ, ເມື່ອທ້າຍອາທິດຜ່ນມາ ນີ້, ຂອງ ທ່ານ ສອນໄຊ ສີພັນດອນ ຮອງ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ເນັ້ນໃຫ້ຂະແຫນງກ່ຽວຂ້ອງສືບຕໍ່ພັດທະນາວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີໃຫ້ທັນສະໄໝຂຶ້ນເປັນຕົ້ນແມ່ນ: ສຶບຕໍ່ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຂອງສັງຄົມທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ຕໍ່ກັບພາລະບົດບາດ ແລະ ຄວາມສຳຄັນ ຂອງວິທະທະຍາສາດ ແລະ ເຕັກໂນໂລຊີ ດ້ວຍຫລາຍຮູບການ ເພື່ອສ້າງວັດທະນະທຳດ້ານວຽກງານທາງດ້ານວິທະຍາສາດ, ຊຸກຍູ້ສົ່ງເສີມການເຄື່ອນໄຫວຂອງສັງຄົມບົນພື້ນຖານຄວາມຮູ້, ວິທະຍາການທີ່ກ້າວໜ້າ ແລະ ສ້າງພື້ນຖານໃຫ້ແກ່ການສ້າງສັງຄົມພູມປັນຍາ ເທື່ອລະກ້າວ; ປັບປຸງກົງຈັກການຈັດຕັ້ງ, ກົນໄກການຄຸ້ມຄອງ ວຽກງານວິທະຍາສາດ ແລະເຕັກໂນໂລຊີ, ສ້າງນະໂຍບາຍ-ນິຕິກຳ ໃຫ້ເປັນລະບົບ ແລະ ສາມາດຊຸກຍູ້ສົ່ງເສີມ ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ມີປະສິດທິພາບສູງຂຶ້ນ; ພັດທະນາຊັບພະຍາກອນມະນຸດ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ເປັນກຳລັງແຮງທີ່ໜັກ ແໜ້ນ ແລະ ເຂັ້ມແຂງໃຫ້ການພັດທະນາ; ຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ທັງເປັນເງືອນໄຂເຄື່ອງມືໃນການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ; ຄຸ້ມຄອງ ແລະ ພັດທະນາການບໍລິການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ສັງຄົມຢ່າງມີປະສິດທິພາບ ແລະມີຄຸນນະພາບ
ພ້ອມກັນນັ້ນການຄົ້ນຄວ້າ-ພັດທະນາ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຈະຕ້ອງຕອບສະໜອງການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາຢ່າງແທ້ຈິງເພື່ອໃຫ້ທົ່ວສັງຄົມມີຄວາມເຂົ້າໃຈເຖິງບົດບາດຄວາມສໍາຄັນຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ, ກະຕຸ້ນໃຫ້ນັກຄົ້ນຄວ້າວິທະຍາສາດໜຸ່ມ, ຜູ້ມັກການຄົ້ນຄວ້າ ແລະ ມີການລະດົມທຶນຂອງທົ່ວສັງຄົມ; ມີການພົວພັນຮ່ວມມືລະຫວ່າງການຄຸ້ມຄອງລັດ, ທຸລະກິດເອກະຊົນ ແລະ ການພັດທະນາຮ່ວມມືໂດຍການລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາໃຫ້ເພີ່ມຂຶ້ນ. ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນບັນດາໂຄງການລົງທຶນທີ່ເປັນຍຸດທະສາດລະດັບຊາດ ໂດຍມີການສົມທົບການນໍາໃຊ້, ຍົກລະດັບວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ, ສຸມໃສ່ພັດທະນາພື້ນຖານໂຄງລ່າງ ແລະ ການບໍລິການວິທະຍາສາດ ແລະ ເຕັກໂນໂລຊີ ໃນຂົງເຂດກະສິກໍາ, ອຸດສະຫະກໍາ ແລະ ການບໍລິການ, ສົ່ງເສີມວິສະຫະກິດຂະໜາດນ້ອຍ/ຂະໜາດກາງ ທີ່ຕິດພັນກັບຂະແໜງການ ທີ່ມີທ່າແຮງ ຕາມທິດພັດທະນາແບບຍືນຍົງ ແລະ ສີຂຽວ, ພ້ອມກັນນັ້ນກໍ່ເອົາໃຈໃສ່ນໍາໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນບັນດາຂະແໜງການຕ່າງໆ ເຊັ່ນ: ຂະແໜງການເງິນ, ທະນາຄານ, ການສຶກສາ ແລະ ສາທາລະນະສຸກ ເພື່ອຫັນເປັນທັນສະໄໝໃຫ້ທັນກັບການພັດທະນາຂອງຍຸກສະໄໝໃໝ່. ພ້ອມກັນນັ້ນຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຈະຕ້ອງປັບປຸງໃຫ້ເຂັ້ມແຂງຕາມແຜນຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ສະເໜີຜ່ານລັດຖະບານ ແລະ ກົມການເມືອງສູນກາງພັກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ.










