ສະຫລຸບອຸປະຕິເຫດໃນເທສະການອອກພັນສາ ແລະ ບຸນຊ່ວງເຮືອ
ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພຽງໄລຍະ 3 ວັນ ຂອງການຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອຄື: ນັບແຕ່ວັນທີ 12 ຫາ 14 ຕຸລາ ນີ້, ຢູ່ ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນທັງໝົດ 12 ກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຄື: ໃນວັນທີ 12 ຕຸລາ ໄດ້ເກີດອຸປະຕິເຫດ ລົດຈັກ ຕຳລົດຍົນ ຢູ່ເສັ້ນທາງເຂດບ້ານ ນາແຮ່ ເມືອງ ສີໂຄດຕະບອງ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ ແລະ ໃນວັນດຽວກັນ ກໍໄດ້ເກີດອຸປະຕິເຫດລົດຈັກລົ້ມເອງ ຢູ່ ເຂດບ້ານ ໜອງແຕ່ເຫນືອ ເມືອງ ສີໂຄດຕະບອງ ເຮັດໃຫ້ຜູ້ຂັບຂີ່ເສຍຊີວິດຄາທີ່.
ເຈົ້າໜ໊າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ງານບຸນອອກພັນສາ ແລະ ບຸນຊ່ວງເຮືອປີນີ້ ເຈົ້າໜ້າທີ່ໄດ້ເອົາໃຈໃສ່ເປັນພິເສດ ໃນການສະກັດກັ້ນ ອຸປະຕິເຫດຕາມທ້ອງຖະໜົນ, ໂດຍໄດ້ວາງກຳລັງປ້ອງກັນຫລາຍກ່ວາ 70 ຈຸດ ຕາມເສັ້ນທາງຕ່າງໆ, ທັງການກວດກາທາດມືນເມົາ ແລະ ການລົງໂຄສະນາເຜີຍແຜ່ກົດລະບຽບ ແລະ ການປ້ອງກັນອຸປະຕິເຫດໃຫ້ຜູ້ມາທ່ຽວບຸນ ມີສະຕິໃນການຂັບຂີ່, ນຳໃຊ້ລົດໃຊ້ຖະໜົນ ຈຶ່ງເຮັດໃຫ້ສະພາບອຸປະຕິເຫດໃນປີນີ້ຫລຸດລົງຢ່າງເພິ່ງພໍໃຈ.










