ລາວ-ຈີນ ຮ່ວມມືສ້າງສູນພັດທະນາລະບົບມາດຕະຖານການຜະລິດ ແລະ ການກັກກັ້ນ ພືດ-ສັດ
ພິທີເຊັນສາຍາຮ່ວມມື ສ້າງສູນພັດທະນາລະບົດມາດຕະຖານການຜະລິດ ແລະ ການກັກກັນ ພືດ ແລະ ສັດ, ລະຫວ່າງ ລາວ ແລະ ຈີນ ໄດ້ມີຂຶ້ນໃນວັນທີ 12 ຕຸລາ ນີ້, ຢູ່ ນະຄອນຫລວງວຽງຈັນ ໂດນ ທ່ານ ຈັນທາ ທິບພະວົງພັນ ຫົວໜ້າກົມປູກຝັງ ກະຊວງກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານນາງ ຫລຽງ ຢ່າລີ່ ປະທານບໍລິສັດ ຢຸນນານຕຽນຈານ ຈຳກັດ ແຫ່ງ ສປ ຈີນ, ມີທ່ານ ລຽນ ທິແກ້ວ ລັດຖະມົນຕີກະ ຊວງກະສິທຳ ແລະ ປ່າໄມ້, ເຂົ້າຮ່ວມເປັນສັກຂີພິຍານ ນຳດ້ວຍ.
ທ່ານ ຈັນທາ ທິບພະວົງພັນ ໃຫ້ຮູ້ວ່າ: ສູນພັດທະນາດັ່ງກ່າວ ເພື່ອແນໃສ່ ແມ່ນຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ໄດ້ທັງປະລິດມານ ແລະ ຄຸຸນນະພາບ, ພ້ອມທັງແນໃສ່ຮັບປະກັນ ຄວາມປອດໄພໃນການສົ່ງອອກ ພືດ ແລະ ສັດ, ໂດຍ ສະເພາະແມ່ນສົ່ງອອກໄປຍັງ ສປ ຈີນ ແລະ ສາກົນ ໂດຍການປະຕິບັດຕາມເງື່ອນໄຂ ຂອງການນຳເຂົ້າຂອງ ສປ ຈີນ, ບົນພື້ນຖານມາດຕະຖານສາກົນ ດ້ານສຸຂະນາໄມພືດ ຂອງອົງການການຄ້າໂລກ ແລະ ການຄ້າຂາຍລະຫວ່າງຊາດ.

ພາຍຫລັງທີ່ໄດ້ເຊັນສັນຍານີ້່ແລ້ວ ກະຊວງກະສິກຳ ແລະ ປ່າໄມ້ ຈະໄດ້ຮ່ວມກັບບໍລິສັດ ຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດ ຕາມໄລຍະເວລາທີ່ໄດ້ກຳນົດໄວ້ ເປັນຕົ້ນແມ່ນ ການກໍ່ສ້າງຕຶກອາຄານຫ້ອງການ, ຫ້ອງວິໄຈມາດຕະຖານ, ຫ້ອງວິໄຈສຸຂະນາໄມ ພືດ ແລະ ສັດ, ສູນຝຶກອົບຮົມຄົບວົງຈອນ, ສູນວາງສະແດງສິນຄ້າກະສິກຳ, ສະຖານທີ່ຄົ້ນຄວ້າທົດສອບພາກສະໜາມ; ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການສະເພາະດ້ານ ຂອງຝ່າຍລາວ ໃນການດຳເນີນການບໍລິ ການກວດກາມາດຕະຖານພືດ ແລະ ສັດ, ຜະລິດຕະພັນພືດ ແລະ ສັດ ໃຫ້ໄດ້ມາດຖານ.










