5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ

5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ - 326987 - 5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ
5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ - kitchen vibe - 5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ

ນະຄອນຫຼວງວຽງຈັນ ໄດ້ເປັນເຈົ້າພາບຈັດກອງປະຊຸມທ່ອງທ່ຽວບັນດາປະເທດລຸ່ມແມ່ນໍ້າຂອງຄັ້ງທີ 5 ຂຶ້ນ ໃນວັນທີ 14 ຕຸລານີ້, ທີ່ໂຮງ ແຮມແມ່ຂອງລີເວີໄຊ ໂດຍ ເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ແທນຈາກ 5 ນະຄອນຫລວງປະເທດລຸ່ມ ແມ່ນໍ້າຂອງເຊັ່ນ: ພະນົມເປັນ ຣາຊະອານາຈັກກຳປູເຈຍ. ຢາງກຸງ ສ. ມຽນມາ, ບາງກອກປະເທດໄທ ນະຄອນ ໂຮຈີ່ມິງ,  ສສ ຫວຽດນາມ ແລະ ນະຄອນຫລວງປະເທດເຈົ້າພາບ ເຂົ້າຮ່ວມຢ່າງພ້ອມພຽງ.

5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ - Visit Laos Visit SALANA BOUTIQUE HOTEL - 5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ

ທ່ານ ສິນລະວົງ ຄຸດໄພທຸນ ໄດ້ກ່າວເປີດ ກອງປະຊຸມວ່າ: ກອງປະຊຸມເຊື່ອມໂຍງດ້ານການທ່ອງທ່ຽວດັ່ງກ່າວໄດ້ ເຮັດໃຫ້ບັນດານະຄອນປະເທດລຸ່ມແມ່ນໍ້າຂອງມີຄວາມໃກ້ຊິດກັນຫຼາຍຂຶ້ນໂດຍສະເພາະການໄປມາຫາສູ່ກັນຊ່ວຍໃຫ້ການທ່ອງທ່ຽວມີຄວາມຍືນຍົງ.

ກອງປະຊຸມຄັ້ງນີ້ ໄດ້ເລືອກເອົາຄຳຂວັນວ່າ: ຄວາມເປັນໜຶ່ງດຽວໃນການເຊື່ອມໂຍງການຮ່ວມມືດ້ານການທ່ອງທ່ຽວ, ເຊິ່ງປະກອບມີ 4 ຫົວຂໍ້ຄື: ການເຊື່ອມໂຍງຜະລິດຕະພັນການທ່ອງທ່ຽວ, ການເຊື່ອມໂຍງກິດຈະກຳໂຄສະນາການທ່ອງທ່ຽວ, ການເຊື່ອມໂຍງການພັດທະນາບຸກຄະລາກອນການທ່ອງທ່ຽວ ແລະ  ການເຊື່ອມໂຍງການເປັນເຈົ້າການດ້ານການທ່ອງທ່ຽວໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງບັນດານະໂຍບາຍເຊື່ອມໂຍງອາຊຽນ ແລະ ແຜນປະຕິບັດງານໃນຂອບການທ່ອງທ່ຽວຂອງປະເທດລຸ່ມແມ່ນໍ້າຂອງທີ່ລັດຖະບານເຮົາໄດ້ກຳນົດເອົາ. ກອງປະ ຊຸມຄັ້ງນີ້ ໄດ້ຈັດຂຶ້ນກົງກັບງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີປະຈໍາປີ 2019 ຂອງລາວ ເຊິ່ງເປັນງານບຸນປະເພນີທີ່ສຳຄັນໜຶ່ງຂອງຊາດ ແລະ ຕິດພັນກັບແມ່ນໍ້າຂອງທີ່ເປັນສັນຍາລັກແຫ່ງການຮ່ວມມືຂອງ 5 ນະຄອນທັງເປັນການຊຸກຍູ້ ສົ່ງເສີມການພັດທະນາວຽກງານທ່ອງທ່ຽວສີຂຽວສະອາດ ແລະ ຍືນຍົງສອດຄ່ອງກັບຍຸດທະສາດການ ເຕີບໂຕສີຂຽວຂອງລັດຖະບານກໍຄືມາດຖານເງື່ອນໄຂ ເມືອງທ່ອງທ່ຽວສະອາດຂອງອາຊຽນ.

ກອງປະຊຸມຄັ້ງນີ້ ໄດ້ເຫັນ ດີຮ່ວມກັນສ້າງຜະລິດຕະພັນການທ່ອງທ່ຽວເຊື່ອມຕໍ່ ແລກປ່ຽນຂໍ້ມູນຂ່າວສານທີ່ ເປັນພື້ນຖານຂອງການທ່ອງທ່ຽວ ໃນການສ້າງມາດຕະຖານການບໍລິການໃຫ້ເປັນອັນລວມສ້າງມາດຕະຖານ ປົກປັກຮັກສາມໍລະດົກທາງ ດ້ານວັດທະນະທໍາ ແລະ ທໍາມະຊາດ ທັງຮ່ວມກັນພັດທະນາ ແລະ ສ້າງເສັ້ນທາງທ່ອງທ່ຽວ ໃໝ່ຢ່າງໜ້ອຍ 2 ຕົວ ເມືອງພາຍໃນ 5 ນະຄອນ ແລະ ການແລກປ່ຽນບັນດາໂຄງການເຝິກອົບຮົມ ແລະ ແບບແຜນການຟື້ນຟູມໍລະດົກ ວັດທະນະທໍາ ແລະ ແຜນ ການປະຕິບັດການຮ່ວມມື ດ້ານການທ່ອງທ່ຽວລະ ຫວ່າງບັນດານະຄອນລຸ່ມແມ່ນໍ້າຂອງດ້ານການທ່ອງທ່ຽວ 2018-2020. ສໍາລັບກອງປະຊຸມທ່ອງທ່ຽວ 5 ປະເທດ ລຸ່ມນໍ້າຂອງຄັ້ງທີ 6 ຈະຈັດຂຶ້ນໃນປີ 2020 ໂດຍການ ເປັນເຈົ້າພາບຂອງນະຄອນ ໂຮຈີມິງ ສສ ຫວຽດນາມ./.

5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ - 326987 - 5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ

5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ - 4 - 5 ນະຄອນ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ເຊື່ອມ​ໂຍງ​ການທ່ອງທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!