ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້

ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້ - Untitled 1 1 - ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້
ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້ - kitchen vibe - ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້

       ຝ່າ​ຍ​ຈັດ​ການ​ແຂ່ງ​ຂັນ​ເຕະ​ບານ ພ​ຣີ​ເມຍ​ລີກ ອັງ​ກິດ ເລືອກ ມາ​ຕິນ ແອັດ​ກິນ​ສັນ ຜູ້ຕັດ​ສິນ​ໄວ 48 ປີ ເປັນ​ຜູ້​ຕັດ​ສິນ​ນັດ​ແດງ​ເດືອດ ລະ​ຫວ່າງ ແມນ​ເຊັ​ສ​ເຕີ ຢູ​ໄນ​ເຕັດ ຈະ​ເປີດ​ສະ​ໜາມ​ໂອ​ລ ແທ​ຣັ​ບຟອດ ຕ້ອນ​ຮັບ ລິ​ເວີ​ພູ​ລ ໃນ​ວັນ​ທີ 20 ຕຸ​ລານີ້. ເມື່ອ​ເປີດ​ປະ​ຫວັດ​ການ​ຕັດ​ສິນ ແລະ ສະ​ຖິ​ຕິ​ຂອງ ແອັດ​ກິນ​ສັນ ໃນການ​ຕັດ​ສິນ​ຄູ່ນີ້​ໜ້າ​ສົນ​ໃຈ ໂດຍ​ສະ​ເພາະ​ນັດ​ຫລ້າ​ສຸດ​ທີ່ຕັດ​ສິນ​ການ​ພົບ​ກັນ​ໃນ​ປີ​ຜ່ານມາ (16 ທັນ​ວາ 2018) ນັດ​ນັ້ນ ລິ​ເວີ​ພູ​ລ ຊະ​ນະ ແມນເຊັ​ສ​ເຕີ ຢູ​ໄນ​ເຕັດ 3-1 ທີ່​ແອນຟິວ ໂຈ​ເຊ່ ມູ​ຣິນ​ໂຢ ຜູ້​ຈັດ​ການທີມ​ແມນ​ເຊັ​ສ​ເຕີ ຢູ​ໄນ​ເຕັດ ຕອນນັ້ນ​ຖືກ​ປົດ​ຈາກ​ຕຳ​ແໜ່ງ​ທັນ​ທີ.

    ລະ​ດູ​ການນີ້ ແອັດ​ກິນ​ສັນ ຕັດ​ສິນ​ທັງ​ໝົດ 8 ນັດ ໃນ​ນີ້ລວມ​ທັ​ງ​ເກມ ຄອມ​ມູນີ້​ຕີ້​ຊິວ ທີ່ ແມນ​ ເຊັ​ສເຕີ ຊິ​ຕີ້ ຊະ​ນະ​ຈຸດໂທດ ລິ​ເວີ​ພູ​ລ, ສ່ວນ​ເກມ​ພ​ຣີເມຍ​ລີກ ຕັດ​ສິນ​ມາ​ແລ້ວ 7 ນັດ, ແຈກ 25 ໃບ​ເຫລືອງ, ເຄີຍ​ຕັດ​ສິນ​ເກມ ແມນ​ເຊັ​ສ​ເຕີ ຢູ​ໄນ​ເຕັດ ລົງ​ສະ​ໜາມ 1 ນັດ ທີ່​ເປີດ​ບ້ານ​ຊະ​ນະ ເລັ​ສ​ເຕີ ຊິ​ຕີ້ 1-0 ແຕ່​ຍັງ​ບໍ່​ໄດ້​ຕັດ​ສິນ ລິ​ເວີພູ​ລ ລົງ​ສະ​ໜາມ​ໃນ​ເກມ​ລີກລະ​ດູ​ການນີ້.

ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້ - Visit Laos Visit SALANA BOUTIQUE HOTEL - ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້

     ສະ​ຖິ​ຕິ​ການ​ຕັດ​ສິນ​ເກມ​ທີ່ ແມນ​ເຊັ​ສ​ເຕີ ຢູ​ໄນ​ເຕັດ ແລະ ລິ​ເວີ​ພູ​ລ ລົງ​ສະ​ໜາມຂອງ​ ແອັດ​ກິນ​ສັນ ສະ​ເພາະລະ​ດູ​ການ​ຜ່ານ​ມາຕັດ​ສິນ ແມນ​ເຊັ​ສ​ເຕີ ຢູ​ໄນ​ເຕັດ 7 ນັດ ຊະ​ນະ 2 ສະ​ເໝີ 2 ເສຍ 3 ນັດ, ຕັດ​ສິນ ລິ​ເວີ​ພູ​ລ 6 ນັດ ຊະ​ນະ 2 ສະ​ເໝີ 3 ເສຍ 1. ເປັນ​ຜູ້​ຕັດ​ສິນ​ທີ່​ຖືກ​ເລືອກ​ຕັດສິນ​ເກມ​ໃຫຍ່​ຫລາຍ​ນັດ.

    ສຳ​ລັບ ມາ​ຕິນ ແອັດ​ກິນສັນ ເກີດ​ທີ່​ແບ​ສ​ຟ໊ອດ ປະ​ເທດອັງ​ກິດ ກ້າວ​ສູ່​ການ​ເປັນ​ຜູ້​ຕັດສິນ​ບານ​ເຕະ​ມາ​ແຕ່​ອາ​ຍຸ​ໄດ້ 16 ປີ ແລະ ເລີ່ມ​ຕັດ​ສິນ​ລະ​ດັບ​ລີກ​ໃນ​ອັງ​ກິດ​ໃນ​ປີ 1998 ແລະ ກ້າວ​ສູ່​ພ​ຣີ​ເມຍ​ລີກ​ໃນ​ປີ 2000 ເປັນ​ຜູ້​ຕັດ​ສິນ​ລະ​ດັບ​ຟີຟາ ປີ 2006 ເຄີຍ​ຕັດ​ສິນຫລາຍ​ນັດ​ທີ່​ສຳ​ຄັນ ເປັນ​ຕົ້ນ ລີກ​ຄັບ ແລະ ເອັ​ຟ​ເອ​ຄັບ ຮອບຊີງ​ຊະ​ນະ​ເລີດ ລວມ​ທັງ ຢູ​ໂຣ 2012. �

ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້ - 5 - ຊາຕາຜູ້ຈັດການທີມແມນຢູຈະຊ້ຳຮອຍ ຫລື ບໍ່ ! ເມື່ອພຣີເມຍລີກເລືອກ ມາຕິນ ແອັດກິນສັນ ຕັດສິນແດງເດືອດວັນອາທິດນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!