ງານນັດພົບແຮງງານປີນີ້ ຄາດວ່າຈະມີການຮັບບັນຈຸງານຫລາຍກ່ວາ 1.500 ຄົນ.
ງານຕະຫລາດນັດແຮງງານລາວ 2019 ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ ນີ້, ຢູ່ ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ພ້ອມມີບັນດາມວນຊົນ ແລະ ນັກສຶກສາ ຈຳນວນຫລາຍ.
ທ່ານ ປານີ ທິລະສັກ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການຈັດງານນັດພົບແຮງງານ ຄັ້ງນີ້, ເພື່ອສ້າງໂອກາດ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະແລ້ວນຳໄປສູ່ການຈ້າງງານ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນເຮັດໃຫ້ບັນລຸຕົວເລກຄາດໝາຍປີ 2019 ວ່າດ້ວຍການພັດທະນາສີມືແຮງງານໃຫ້ໄດ້ 15.000 ຄົນ ແລະ ຈັດຫາງານໃນ ນະຄອນຫລວງວຽງຈັນໃຫ້ໄດ້ 9 ພັນຄົນ ແລະ ຊ່ວຍໃຫ້ສາມາດຄວບຄຸມອັດຕາການຫວ່າງງານ ໃຫ້ຢູ່ໃນລະດັບ 2 ສ່ວນຮ້ອຍຕໍ່ປີ.
ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ການຈັດງານໃນປີນີ້ ແມ່ນມີຫົວໜ່ວຍແຮງງານ, ໂຄງການ, ເຂດເສດຖະກິດພິເສດ, ບໍລິສັດຈັດຫາງານ ແລະ ອື່ນໆ ເຂົ້າຮ່ວມຫລາຍກ່ວາ 300 ບໍລິສັດ, ປັດຈຸບັນ ມີຕຳແຫນ່ງງານຫວ່າງທັງໝົດ 5.200 ຕຳແຫນ່ງ, ຄາດວ່າຈະມີນັກຮຽນ-ນັກສຶກສາ, ຜູ້ຊອກວຽກເຮັດງານທຳ, ຜູ້ຕ້ອງການປ່ຽນວຽກໃໝ່ ຫລາຍກ່ວາ 3 ພັນຄົນ ແລະ ຄາດວ່າຜູ້ຊອກວຽກເຮັດງານທຳຈະຖືກຄັດເລືອກບັນຈຸເຂົ້າໃນຕຳແຫນ່ງງານຫວ່າງ ຂອງບັນດາຫົວໜ່ວຍແຮງງານຕ່າງໆຈຳນວນ 1.500 ຄົນ.










