ອາທິດນີ້ອາກາດຈະເຢັນລົງ 1-2 ອົງສາ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນອາທິດນີ້ວ່າ: ອຸນຫະພູມອາກາດຈະເຢັນລົງ 1-2 ອົງສາໃນຕອນກາງຄືນຫາຕອນເຊົ້າໃນແຕ່ລະພາກ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຢູ່ແຂວງພາກເໜືອລົງຫາພາກກາງດ້ານຕາເວັນອອກ ພ້ອມຈະມີລົມພັດແຮງເປັນບາງໂອກາດ ແລະ ຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ເນື່ອງຈາກຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະເພີ່ມກໍາລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດເຮົາ ສົມທົບກັບລົມຕາເວັນອອກ-ຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່.
ສໍາລັບສະພາບອາກາດໃນແຕ່ລະພາກເປັນດັ່ງນີ້: ພາກເໜືອດ້ານຕາເວັນອອກ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ອາກາດຈະໜາວເຢັນໃນຕອນ
ກາງຄືນຫາຕອນເຊົ້າ, ພ້ອມມີໝອກປົກຄຸມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 15-28 ອົງສາ. ພາກເໜືອດ້ານຕາເວັນຕົກ: ແຂວງຫລວງນໍ້າທາ, ຫລວງພະບາງ, ໄຊຍະບູລີ ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີຝົນຕົກລະດັບຄ່ອຍຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 16-32 ອົງສາ. ພາກກາງ: ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈະມີເຝື້ອເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ, ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 21-33 ອົງສາ. ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ອາກາດຈະເຢັນຫາໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມແຕ່ 12-27 ອົງ
ສາ. ພາກໃຕ້: ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນຢູ່ທົ່ວໄປ, ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ອຸນຫະພູມແຕ່ 22-34 ອົງສາ. ສ່ວນເຂດພູພຽງບໍລະເວນ ອາກາດເຢັນຫາໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມແຕ່ 11-25 ອົງສາ.