ລາວ-ຈີນເພີ່ມທະວີການຮ່ວມມືແກ້ໄຂບັນຫາປູກຝິ່ນ
October 17, 2019 - 8:27 AM
ພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາການປູກພືດທົດແທນການປູກຝິ່ນຢູ່ແຂວງຜົ້ງສາລີລະຫວ່າງຫ້ອງການຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດກະຊວງປ້ອງກັນຄວາມສະຫງົບຂອງລາວ ແລະ ສປ ຈີນ ໄດ້ມີຂຶ້ນໃນວັນທີ 15 ຕຸລານີ້ຢູ່ນະຄອນຫລວງວຽງຈັນ, ເພື່ອແນໃສ່ສະກັດກັ້ນ, ຈໍາກັດພື້ນທີ່, ການທໍາລາຍເນື້ອທີ່ປູກຝິ່ນ ແລະ ການປະຕິບັດການປູກພືດທົດແທນ ຕາມແຜນພັດທະນາ ແລະ ສ້າງຄວາມເຂັ້ມແຂງດ້ານພື້ນຖານໂຄງລ່າງໃນເຂດທີ່ມີການປູກຝິ່ນ ແລະ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ດ້ວຍການຊຸກຍູ້ສົ່ງເສີມການປູກຊາປອດສານພິດ, ກາເຟ, ຢາງພາລາ, ປູກພືດໄລຍະສັ້ນປະເພດຕ່າງໆ ແລະ ລ້ຽງສັດເປັນສີນຄ້າຢູ່ບັນດາແຂວງພາກເໜືອ ເວົ້າສະເພາະຢູ່ແຂວງຜົ້ງສາລີໃຫ້ມີປະສິດທິຜົນ.











