ຕໍາຫລວດແຂວງຫົວພັນຈັບຂະບວນການຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງເຮໂຣອິນນໍ້າໜັກ 20 ກວ່າກິໂລ
ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫົວພັນ ລາຍງານໃຫ້ຮູ້ວ່າ: ໃນວັນທີ 12 ຕຸລານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຂະບວນການຄ້າຂາຍຢາເສບຕິດລາຍໃຫຍ່ໄດ້ຄື: ທ້າວ ລາຈິປາວ (ຖາຍທໍ) ອາຍຸ 27 ປີ, ທ້າວ ຫລ້າເຮີ ອາຍຸ 25 ປີທັງສອງຢູ່ບ້ານຊົງຈ່າ, ເມືອງນໍ້າບາກແຂວງຫລວງພະບາງ ແລະ ທ້າວ ຕົງຊົວ (ຍົງຢາ) ອາຍຸ 24 ປີຢູ່ບ້ານຫ້ວຍຫລວງ, ເມືອງລອງແຂວງຫລວງນໍ້າທາ, ພ້ອມຂອງກາງຢາເສບຕິດປະເພດເຮໂຣອິນຈໍານວນ 47 ແທ່ງ, ລວມມີນໍ້າໜັກ 20,7 ກິໂລ ຊຸກເຊື່ອງໃນລົດກະບະວີໂກ້, ມີປືນສັ້ນ 1 ກະບອກ, ພ້ອມລູກປືນຈຳນວນໜຶ່ງ ແລະ ໂທລະສັບມືຖື 4 ໜ່ວຍ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ໂດຍພວກເຂົາຖືກເຈົ້າໜ້າທີ່ຈັບຕົວໄດ້ໃນຂະນະນັດສົ່ງຢາເສບຕິດດັ່ງກ່າວໃຫ້ຜູ້ສັ່ງຊື້ຢູ່ເຂດບ້ານລ້ອງກູ້ເມືອງວຽງໄຊ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ໃນເບື້ອງຕົ້ນພວກເຂົາໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນຂອງພວກກ່ຽວແທ້, ເຊິ່ງໄດ້ຮ່ວມກັນຄ້າຂາຍໂດຍນັດສົ່ງໃຫ້ຜູ້ສັ່ງຢູ່ເຂດບ້ານລ້ອງກູ້ເມືອງວຽງໄຊ ພໍໄປຮອດກໍຖືກເຈົ້າໜ້າທີ່ຈັບຕົວກ່ອນ. ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ກຳລັງດຳເນີນການຂະຫຍາຍຜົນຫາພັກພວກຮ່ວມຂະບວນເພື່ອຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍ.










