ສະພາບລັກລົດຈັກຍັງເກີດຂຶ້ນຫລາຍ.
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ສະພາບປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນ ຢູ່ ນະຄອນຫລວງວຽງຈັນ ແມ່ນການລັກຊັບ, ໂດຍສະເພາະແມ່ນ ລັກລົດຈັກ ທີ່ເກີດຂຶ້ນຫລາຍ, ສະເລ່ຍມື້ໜຶ່ງຈະມີຜູ້ແຈ້ງ ລົດຈັກເສຍຕໍ່ເຈົ້າໜ້າທີ່ຫລາຍກ່ວາ 5 ຄັນ, ຊຶ່ງທຽບໃສ່ປີຜ່ານມາ ເຫັນວ່າ: ສະພາບດັ່ງກ່າວໄດ້ເພີ່ມຂຶ້ນຫລາຍ, ດັ່ງ ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ຫົວໜ້າກອງບັນຊາການ ປກສ ເມືອງ ສີສັດຕະນາກ ໃຫ້ຮູ້ວ່າ: ບັນຫາລັກລົດ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍສະເພາະໃນໄລຍະ 3 ເດືອນ ນີ້, ມີສະພາບລັກລົດເກີດຂຶ້ນແຜ່ຫລາຍພາຍໃນເມືອງຕົນຄື: ໃນເດືອນ ສິງຫາ ຜ່ານມາ ເຈົ້າໜ້າທີ່ພວກເຮົາໄດ້ຈັບຕົວທ້າວ ດາລາເພັດ ສີສຸກ ອາຍຸ 27 ປີ, ຢູ່ບ້ານ ວັດທະນາກ ເມືອງ ສີສັດຕະນາກ ພ້ອມພັກພວກອີກ 2 ຄົນ, ມາດຳເນີນຄະດີ ໃນຂໍ້ຫາລັກຊັບພົນລະເມືອງ, ໂດຍພວກກ່ຽວໄດ້ເຄື່ອນໄຫວລັກລົດຈັກມາແລ້ວກ່ວາ 10 ຄັ້ງ, ຊຶ່ງພາຍຫລັງລັກໄປໄດ້ກໍນໍາໄປຂາຍ ແລ້ວເອົາເງີນມາໃຊ້ຈ່າຍຟຸມເຟືອຍ. ຕໍ່ກັບສະພາບດັ່ງກ່າວ ເຈົ້າໜ້າທີ່ ຈຶ່ງເຕືອນໃຫ້ປະຊາຊົນ ມີສະຕິລະວັງຕົວ ເພີ່ມທະວີການຮັກສາຊັບສິນຂອງຕົນເອງ, ເປັນຕົ້ນແມ່ນບໍ່ໃຫ້ຈອດລົດຢ່າງຊະຊາຍ ຊຶ່ງຈະເປັນໂອກາດໃຫ້ກຸ່ມຄົນບໍ່ດີລັກໄປໄດ້ງ່າຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຜ່ານມາ ຢູ່ ນະຄອນຫລວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 569 ເລື່ອງ, ຖ້າທຽບໃສ່ 3 ເດືອນກ່ອນໜ້າເພີ່ມຂຶ້ນ 57 ເລື່ອງ, ໃນນີ້ຄະດີລັກຊັບມີ 342 ເລື່ອງ, ມີລົດຈັກເສຍ ກ່ວາ 50 ຄັນ, ແລະ ໃນປີຜ່ານມາ ຢູ່ ນະຄອນຫລວງວຽງຈັນ ມີລົດຈັກ ເສຍຫລາຍກ່ວາ 200 ຄັນ.










