ເຈົ້າຂອງຊ້າງຍອມໃຊ້ແທນຄ່າເສຍຫາຍກໍລະນີຊ້າງທຳລາຍລົດໃຫຍ່ຂອງປະຊາຊົນຢູ່ເຂດບຶງທາດຫລວງ
ເມື່ອທ້າຍອາທິດຜ່ານມານີ້, ໄດ້ເກີດເຫດການມີຊ້າງທີ່ບໍລິສັດສຸດໃຈທ່ອງທ່ຽວນຳມາລ້ຽງເພື່ອໃຫ້ບໍລິການນັກທ່ອງທ່ຽວຂີ່ຢູ່ໃນເຂດບຶງທາດຫລວງໄດ້ຫລຸດເຊືອກທີ່ມັດໄວ້ແລ້ວອອກມາອາລະວາດທຳລາຍຊັບສິນຂອງປະຊາຊົນ ກໍຄືໄດ້ຢຽບລົດໃຫຍ່ 2 ຄັນທີ່ກຳລັງສັນຈອນໃນດັ່ງກ່າວຈົນເປ່ເພສົມຄວນ.
ຕໍ່ເຫດການນີ້, ທ່ານ ສົມກຽດ ສີຫາລາດ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງເກີດເຫດການນີ້, ທາງເຂດເສດຖະກິດ ກໍໄດ້ມີການສືບສວນໂດຍໄວ ແລະ ຮູ້ວ່າ: ຊ້າງໂຕທີ່ອອກມາທຳລາຍຊັບສິນຄັ້ງນີ້ເປັນເພດຜູ້ຊື່: ທອງຄູນ ອາຍຸ 27 ປີ, ໂດຍໄດ້ນຳເຂົ້າມາແຕ່ແຂວງໄຊຍະບູລີໃນເດືອນກັນຍາ 2019 ຜ່ານມານີ້ ແລະ ຄືນມື້ເກີດເຫດເປັນມື້ອອກພັນສາ ຈຶ່ງມີການຈູດກະໂພກສົ່ງສຽງເນືອງນັນແລ້ວເຮັດໃຫ້ຊ້າງເກີດອາການຕົກໃຈແຮງຈຶ່ງໄດ້ຫລຸດເຊືອກແລ້ວແລ່ນອອກມາສູ່ທາງໃຫຍ່ກ່ອນໄດ້ທຳລາຍລົດໃຫຍ່ 2 ທີ່ຂີ່ເຂົ້າມາໃນເຂດບຶງດັ່ງກ່າວ.
ແນວໃດກໍຕາມ, ຕໍ່ສະພາບທີ່ເກີດຂຶ້ນ, ທາງຄະນະຄຸ້ມຄອງເຂດເສດຖະກິດ ກໍໄດ້ເຊີນບໍລິສັດທີ່ເປັນເຈົ້າຂອງຊ້າງມາໄກ່ເກ່ຍ ແລະ ໄດ້ຍອມໃຊ້ແທນຄ່າເສຍຫາຍທັງໝົດ, ເນື່ອງຈາກບໍລິສັດດັ່ງກ່າວໄດ້ນຳຊ້າງຫລາຍກວ່າ 10 ໂຕມາແຕ່ແຂວງໄຊຍະບູລີ ເພື່ອມາໃຫ້ບໍລິການແກ່ນັກທ່ອງທ່ຽວໄດ້ຂີ່ໃນບໍລິເວນເຂດບຶງທາດຫລວງ.
ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຈາກເຫດການນີ້, ທາງຄະນະຮັບພິຊອບເຂດກໍໄດ້ນໍາຊ້າງໄປໄວ້ບ່ອນອື່ນຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາໃນເຂດດັ່ງກ່າວ.










