ນັກລົງທຶນຈີນຈຳນວນຫລາຍສົນໃຈລົງທຶນຢູ່ລາວ
ເມື່ອບໍ່ດົນມານີ້, ມະຫາວິທະຍາໄລເສດຖະກິດການເງິນແຂວງຢຸນນານ ສປຈີນ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບກົດໝາຍ ແລະ ນິຕິກຳດ້ານການຄ້າ-ການລົງທຶນ ຂຶ້ນຢູ່ນະຄອນຫລວງວຽງຈັນ, ໃນໂອກາດນີ້ຝ່າຍລາວໄດ້ສະເໜີກ່ຽວກັບຄວາມພະຍາຍາມຂອງລັດຖະບານໃນການອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຢູ່ ສປປ ລາວ, ໂດຍໄດ້ປັບປຸງກົດໝາຍ ແລະ ລະບຽບການ ເພື່ອຕັດຂັ້ນຂອດຂອງການສະເໜີອະນຸຍາດດຳເນີນທຸລະກິດໃຫ້ສັ້ນລົງ, ເຊິ່ງບັນຫາດັ່ງກ່າວເຫັນວ່າໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມກໍຄືນັກລົງທຶນຈີນ.
ຜູ້ຕາງໜ້າມະຫາວິທະຍາໄລດັ່ງກ່າວ ມີຄໍາເຫັນວ່າ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຈະສຳເລັດໃນປີ 2021 ນີ້, ຊຶ່ງຈະເຮັດໃຫ້ການຮ່ວມມື, ການຄ້າ-ການລົງທຶນລະຫວ່າງຈີນ-ລາວ, ໂດຍສະເພາະແຂວງຢຸນນານກັບ ສປປ ລາວ ເພີ່ມທະວີຂຶ້ນ ດັ່ງນັ້ນ, ການຮັບຮູ້ເຂົ້າໃຈກ່ຽວກັບກົດໝາຍ ແລະ ລະບຽບການຕ່າງໆດ້ານການຄ້າ-ການລົງທຶນຂອງນັກທຸລະກິດ ຈຶ່ງເປັນສິ່ງສໍາຄັນໃນການເຂົ້າມາລົງທຶນຢູ່ ສປປ ລາວ.
ໃນຂະນະດຽວກັນ, ຝ່າຍລາວໄດ້ສະເໜີກົດໝາຍສົ່ງເສີມການລົງທຶນສະບັບປັບປຸງ, ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ ແລະ ກົດໝາຍວ່າດ້ວຍວິສາຫະກິດ ລວມທັງການປັບປຸງລະບຽບການຕ່າງໆ ເພື່ອຫລຸດຂັ້ນຕອນການຂໍອະນຸຍາດການດຳເນີນທຸລະກິດຢູ່ ສປປ ລາວ.
ຫົວໜ້າພະແນກມາດຖານການທ່ອງທ່ຽວ ແລະ ຄຸ້ມຄອງການລົງທຶນ ຕາງໜ້າຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກ່າວວ່າ: ລັດຖະບານໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນບຸລິມະສິດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ດັ່ງນັ້ນ ກົດໝາຍວ່າດ້ວຍການ
ທ່ອງທ່ຽວສະບັບປັບປຸງໄດ້ເປີດກວ້າງໃຫ້ນັກລົງທຶນຕ່າງປະເທດສາມາດມາລົງທຶນດ້ານການທ່ອງທ່ຽວເກືອບທຸກກິດຈະການ, ຖ້າເປັນກິດຈະການສຳປະທານ ຫລືວ່າກິດຈະການຄວບຄຸມຕ້ອງໄດ້ຂໍອະນຸຍາດຈາກກະຊວງແຜນການ ແລະ ການລົງທຶນ, ແຕ່ຖ້າເປັນກິດຈະການທົ່ວໄປຕ້ອງໄດ້ຂໍຂຶ້ນທະບຽນນຳຂະແໜງອຸດສາຫະກຳ ແລະ ການຄ້າ. ຫລັງຈາກນັ້ນຈຶ່ງມາຂໍອະນຸຍາດດຳເນີນທຸລະກິດນຳຂະແໜງ ຖວທ ຊຶ່ງປັດຈຸບັນໄດ້ຕັດຂັ້ນຂອດການສະເໜີຂໍອະນຸຍາດການລົງທຶນໃຫ້ສັ້ນລົງ.
ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າກະ ຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ອະທິບາຍກ່ຽວກັບລະບຽບການ ໃນການດຳເນີນທຸລະກິດຢູ່ ສປປ ລາວ ຢ່າງລະອຽດ ໂດຍສະເພາະແມ່ນຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂສິ່ງກີດຂວາງໃນການດຳເນີນທຸລະກິດຢູ່ລາວ ໂດຍໄດ້ຕັດຂັ້ນຂອດໄລຍະເວລາການຂໍອະນຸຍາດໃຫ້ສັ້ນລົງ.










