ລາວ-ໄທ ຫາລືການຄຸ້ມຄອງຄື້ນຄວາມຖີ່ຕາມຊາຍແດນ.
ເມື່ອບໍ່ດົນມານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ສໍານັກງານຄະນະກໍາມະການກິດຈະການກະຈາຍສຽງ, ກິດຈະການໂທລະພາບ, ກິດຈະການໂທລະຄົມມະນາຄົມແຫ່ງລາຊະອານາຈັກໄທ (ກສທຊ) ໄດ້ຮ່ວມປຶກສາຫາລື ແລະ ທົບທວນການປະຕິບັດຂໍ້ຕົກລົງໃນກອງປະຊຸມ JTC-10, ການປ້ອງກັນ ແລະ ແກ້ໄຂບັນຫາສັນຍານຂ້າມແດນ ແລະ ຄື້ນຄວາມຖີ່ລົບກວນໃນເຂດຊາຍແດນ, ລວມເຖິງການເຈລະຈາແບ່ງຊ່ອງສັນຍານ ແລະ ຄົ້ນຄວ້າມາດຕະການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນການໃຊ້ຄື້ນຄວາມຖີ່ລຽບຕາມຊາຍແດນ, ໂດຍສະເພາະເພີ່ມທະວີການແລກປ່ຽນຂໍ້ມູນໃນການຄຸ້ມຄອງວຽກງານວິທະຍຸກຈາຍສຽງ, ໂທລະພາບ ແລະ ໂທລະຄົມມະນາຄົມ ແລະ ຄື້ນຄວາມຖີ່ຕາມຊາຍແດນໃນປັດຈຸບັນ. ນອກນີ້, ສອງຝ່າຍຕົກລົງໃນການສ້າງແຜນນໍາໃຊ້ຄື້ນຄວາມຖີ່ໃນອະນາຄົດ, ສືບຕໍ່ຮ່ວມກັນວັດແທກສັນຍານເພື່ອໃຫ້ຖືກຕ້ອງຕາມການຕົກລົງໃນກອງປະຊຸມ, ພ້ອມທັງສະເໜີແຜນແກ້ໄຂບັນຫາຄື້ນຄວາມຖີ່ລົບກວນ ແລະ ການນໍາໃຊ້ສັນຍານອິນເຕີເນັດຂ້າມແດນ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ X, ຝ່າຍລາວນຳໂດຍທ່ານ ຈະເລີນ ສີບຸນເຮືອງ ຮອງຫົວໜ້າກົມຄື້ນຄວາມຖີ່ກະຊວງໄປສະນີ, ໂທລະຄົມມະນາຄົມແລະ ການສື່ສານ (ປທສ) ແລະ ຝ່າຍໄທນຳໂດຍທ່ານພົນອາກາດໂທ ທະນາພັນ ຣ່າຍຈະເຣີນ ຮອງເລຂາທິການສໍານັກງານຄະນະກໍາມະການກິດຈະການກະຈາຍສຽງ, ກິດຈະການໂທລະພາບ, ກິດຈະການໂທລະ ຄົມມະນາຄົມແຫ່ງ ລາຊະອານາຈັກໄທ










