ກູບາ ໃຊ້ທ່າແຮງກະສິກຳຂະໜາດນ້ອຍຊ່ວຍຊາດຍືນຍົງ

ກູບາ ໃຊ້ທ່າແຮງກະສິກຳຂະໜາດນ້ອຍຊ່ວຍຊາດຍືນຍົງ - advert banner 728 90 728x90 - ກູບາ ໃຊ້ທ່າແຮງກະສິກຳຂະໜາດນ້ອຍຊ່ວຍຊາດຍືນຍົງ

ໂດຍ: ມຶກບໍ່ແຫ້ງ

ກູບາ ໃຊ້ທ່າແຮງກະສິກຳຂະໜາດນ້ອຍຊ່ວຍຊາດຍືນຍົງ - new3 - ກູບາ ໃຊ້ທ່າແຮງກະສິກຳຂະໜາດນ້ອຍຊ່ວຍຊາດຍືນຍົງ

ຄວາມຍືນຍົງຂອງຊາດແມ່ນຂຶ້ນກັບຫຼາຍປັດໄຈ ແຕ່ໜຶ່ງໃນນັ້ນແມ່ນ ອາຫານ, ກູບາພາຊາດຫຼຸດພົ້ນຈາກວິກິດມາໄດ້ດ້ວຍການສ້າງແບບຢ່າງ ທາງດ້ານກະສິກຳຂະໜາດນ້ອຍ.

ພວກເຮົາຄົງນຶກພາບອອກທີ່ວ່າ 50 ປີກ່ອນນັ້ນປະເທດກູບາອາດເອີ້ນ ໄດ້ວ່າບໍ່ມີໃນແຜນທີ່ໂລກໜ່ວຍນີ້ເລີຍກໍວ່າໄດ້ຈົນມາຮອດປີ 2015 ຜ່ານມາ ສະຫະ ລັດອາເມລິກາໄດ້ຮັບຮູ້ປະເທດກູບາ ດ້ວຍການສ້າງສາຍພົວພັນອັນດີຄືນ ພາຍຫລັງການຕັດຂາດທາງການທູດມາໄດ້ຫລາຍທົດສະວັດ, ແລະ ມາ ຮອດມື້ນີ້ ປະເທດກູບາກໍຍັງຄົງຢູ່ ແມ່ນແຕ່ປະທານາທິບໍດີຜູ້ເກັ່ງກາດ ດັ່ງທ່ານ ຟີແດນ ກາສໂຕຣ (Fidel Castro) ທີ່ຫາກໍມໍລະນະກຳໄປໃນປີ 2016  ນີ້ເອງ.

ພາຍຫລັງວິກິດການໃນປີ 1991 ທີ່ກູບາ ຕ້ອງໄດ້ສູຍເສຍທຸກຢ່າງ ໂດຍຂາດການນຳເຂົ້າສິນຄ້າໃດໆທີ່ຈຳເປັນຈາກພາຍນອກ ເຊັ່ນ: ນໍ້າມັນ, ເຄື່ອງກົນຈັກ ແລະອື່ນໆ ແຕ່ມາຮອດມື້ນີ້ມີຫລາຍຢ່າງທີ່ພວກເຮົາຈະຕ້ອງ ໄດ້ຮຽນຮູ້ຈາກກຸຍບາ.

ໃນປີ 2006 ອົງການກອງທຶນອະນຸລັກທຳມະຊາດໂລກ(WWF) ໄດ້ເປີດເຜີຍໃນບົດລາຍງານວ່າດ້ວຍດັດຊະນີຄວາມຍືນຍົງໄດ້ພິຈາລະນາ ວ່າກູບາເປັນປະເທດທີ່ຍືນຍົງທີ່ສຸດໃນໂລກ. ເພື່ອເຂົ້າໃຈຕໍ່ຜົນສຳເລັດ ອັນໂດດເດັ່ນ ແລະສຳຄັນນີ້ພວກເຮົາຕ້ອງຫວນຄືນໄປໃນປີ1990.

ກູບາໃນເວລານັ້ນ ເປັນດັ່ງແບບຢ່າງ ທາງດ້ານການກະສິກຳເພື່ອ ການຄ້າ ໂດຍຫັນປ່ຽນເນື້ອທີ່ດິນອັນກວ້າງໃຫຍ່ຂອງປະເທດເປັນດິນກະສິ ກຳ ທີ່ປູກພືດຊະນິດດຽວ (monoculture) ຄືອ້ອຍ, ນໍາໃຊ້ປຸ໋ຍວິທະຍາ ສາດເຂົ້າຊ່ວຍຢ່າງເຂັ້ມຂຸ້ນ ໂດຍສະເລ່ຍຕໍ່ຫົວຄົນແລ້ວກູບານຳໃຊ້ຢາຂ້າ ຫຍ້າຫລາຍກວ່າອາເມລິກາຊໍ້າ, ເກັບກ່ຽວຜົນຜະລິດແລ້ວກໍສົ່ງໄປຍັງອາດີດສະຫະພາບໂຊຫວຽດ ເພື່ອແລກ ກັບນໍ້າມັນ ແລະອາຫານ.

ກູບາ ໃຊ້ທ່າແຮງກະສິກຳຂະໜາດນ້ອຍຊ່ວຍຊາດຍືນຍົງ - 28699273 172737993369123 6416900267535347877 o 1 1024x768 - ກູບາ ໃຊ້ທ່າແຮງກະສິກຳຂະໜາດນ້ອຍຊ່ວຍຊາດຍືນຍົງ

 ເລື່ອງຕະລົກໃນເວລານັ້ນກໍຄືພືດທັນຍາຫານ ທີ່ປູກໃນປະເທດກູບາ ແມ່ນສົ່ງອອກໝົດ ແລະອາຫານທີ່ປະຊາຊົນ ບໍລິໂພກສ່ວນໃຫຍ່ພັດໄດ້ນຳ ເຂົ້າ ແຕ່ວິກິດການຄັ້ງໃຫຍ່ພັດເກີດຂຶ້ນເມື່ອອາດີດສະຫະພາບໂຊຫວຽດ ພັງທະລາຍລົງໃນປີ 1991 ຈຶ່ງເຮັດໃຫ້ຕະຫລາດສົ່ງອອກຂອງຜົນຜະລິດ ກູບາ ຕ້ອງຫາຍສາບສູນໄປພ້ອມເຮັດໃຫ້ກູບາບໍ່ມີຮອດເງິນຊື້ນໍ້າມັນ ແລະອາຫານເລີຍ.

ເພື່ອປະຄອງຄວາມຢູ່ລອດ, ກູບາ ຕ້ອງໄດ້ນຳວິທີການ ກະສິກຳທີ່ຍືນ ຍົງ (permaculture) ຈາກປະເທດອົດສະຕາລີ ໂດຍຫັນຈາກການກະສິ ກຳທີ່ເອີ້ນວ່າ “ເພື່ອການຄ້າ” ໂດຍໂຮຍປຸ໋ຍເຄມີໃສ່ຂີ້ດິນແບບຫຼັບຫູ ຫຼັບຕາໃນເມື່ອກ່ອນມາເປັນ “ກະສິກຳອິນຊີ” ແລະປູກພືດຫລາກຫລາຍ ຊະນິດ.

ການເຮັດແບບນີ້ໃນຄາວນັ້ນກໍບໍ່ແມ່ນວ່າ ດ້ວຍຈິດໃຈຮັກສາສິ່ງແວດ ລ້ອມຫຍັງດອກ ແຕ່ເຮັດໄປເພື່ອພໍມີອາຫານກິນຄອງຊີບແກ້ວິກິດການສະ ເພາະໜ້າ ແຕ່ແລ້ວພັດກັບກາຍເປັນດີ ເມື່ອບໍ່ພໍຮອດສິບປີຄົນກູບາແຕ່ລະຄົນ ສາມາດມີອາຫານເຫລືອກິນ ໂດຍຜູ້ໜຶ່ງໄດ້ຮັບພະລັງງານມື້ລະ 3,356 ແຄລໍຣີ (Calories) ເຊິ່ງສະເລ່ຍໂດຍທົ່ວໄປ ຄົນຜູ້ໜຶ່ງຕ້ອງການມື້ໜຶ່ງ ມີແຕ່ 1,800-2,500 ແຄລໍຣີ ເທົ່ານັ້ນ.

ພ້ອມກັນນັ້ນ ອາຫານຜະລິດ ໂດຍສ່ວນໃຫຍ່ ບໍ່ແມ່ນປູກ ຫລື ຜະລິດຢູ່ເຂດນອກເມືອງ ແຕ່ 90% ຂອງອາຫານສົດໆທີ່ຂາຍຢູ່ໃນເມືອງ ແມ່ນປູກຢູ່ສວນນ້ອຍໆ ຂອງຄົນແຖບໃນເມືອງ ເຊິ່ງທັງໝົດກໍຖືວ່າປອດສານພິດ, ມາຮອດປີ 2003, ກູບາສາມາດຫລຸດຜ່ອນຄ່າໃຊ້ຈ່າຍ ໃນການຊື້ນໍ້າມັນໄດ້ຫລາຍກວ່າ 50%, ຄ່າປຸ໋ຍເຄມີ 90% ແລະສານເຄມີອື່ນໆໄດ້ 83%.

ຜົນສຳເລັດຂອງກູບາ ເປັນການສໍ່ສະແດງໃຫ້ເຮົາຮູ້ວ່າ ການຜະລິດ ອາຫານໃຫ້ພໍພຽງກັບການບໍລິໂພກຂອງຄົນພາຍໃນປະເທດນັ້ນມັນບໍ່ໄດ້ຮຽກຮ້ອງ ການລົງທຶນຂະໜາດໃຫຍ່ ທີ່ເອີ້ນວ່າການປູກພືດ “ເພື່ອການຄ້າ” ທີ່ຮຽກຮ້ອງ ການລົງທຶນດ້ວຍເງິນກ້ອນໃຫຍ່ໂຕຈາກຊາວຕ່າງຊາດ ທີ່ນຳ ເອົາປຸ໋ຍເຄມີ ມາຫວ່ານໃສ່ດິນອັນບໍລິສຸດຂອງພວກເຮົາດອກ.

ເລື່ອງເປັນຕາເສົ້າໃຈກໍຄື ທ່າມກາງມີຄົນອຶດຢາກພາຍໃນປະເທດ ແຕ່ ພັດເອົາຜົນຜະລິດທີ່ມີນັ້ນໄປຂາຍດ້ວຍລາຄາຖືກໆໃຫ້ຊາວຕ່າງຊາດ ແລ້ວ ຫັນມາເບິ່ງດິນພັດເສື່ອມຄຸນເສຍແລ້ວ, ເມື່ອເປັນເຊັ່ນນັ້ນ ເຮົາຊິເອົາຫຍັງ ມາເວົ້າວ່າ “ຍືນຍົງ”, ຊິບໍ່ດີກວ່າບໍ ຖ້າຈະສົ່ງເສີມການຜະລິດຂະໜາດ ນ້ອຍ, ຫລາກຫລາຍ, ກວ້າງຂວາງ, ສະອາດເປັນມິດກັບສິ່ງເວດລ້ອມ, ລາຄາຖືກ ໂດຍຊອກວິທີ ຫລຸດຄ່າໃຊ້ຈ່າຍດ້ານຕ່າງໆນັ້ນລົງ ດັ່ງທີ່ກູບາ ເຮັດໄດ້.

error: Content is protected !!