ສານປະຊາຊົນພາກກາງ ຈະສຸມໃສ່ການພິຈາລະນາຄະດີໃຫ້ວ່ອງໄວ”
ສະຫາຍ ທະນົງສັກ ຣາຊະພົນ ຮອງເລຂາຄະນະພັກຮາກຖານ, ຮອງປະທານສານປະຊາຊົນພາກກາງໃຫ້ຮູ້ວ່າ: ໃນຕໍ່ໜ້ານີ້, ຄະນະພັກຮາກຖານ ຈະສືບຕໍ່ຊີ້ນຳ-ນຳພາວຽກງານຂອງຄະນະສານແພ່ງ, ສານການຄ້າ, ສານແຮງງານ, ສານອາຍາ, ສານຄອບຄົວ ແລະ ສານເດັກ ໃຫ້ເອົາໃຈໃສ່ການພິຈາລະນາຕັດສິນຄະດີໃຫ້ມີຄວາມວ່ອງໄວ ໂດຍຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດຄັ້ງທີ IX ໃຫ້ປະກົດຜົນເປັນຈິງ ເພື່ອເຮັດໃຫ້ການແກ້ໄຂຄະດີມີຄວາມວ່ອງໄວ, ຖືກຕ້ອງຕາມເຫດການຕົວຈິງ ແລະ ລະບຽບກົດໝາຍຫລາຍຂຶ້ນ, ພ້ອມທັງມີຄວາມຍຸຕິທຳ ເຮັດໃຫ້ຫາງສຽງໂຈມຕີຈາກຄູ່ຄວາມ ຫລຸດໜ້ອຍຖອຍລົງ; ໄປຄ່ຽງຄູ່ກັບການພິພາກສາແກ້ໄຂຄະດີຂັ້ນອຸທອນ ແລະ ຂັ້ນລົບລ້າງໃຫ້ໄດ້ 85% ຂຶ້ນໄປ; ນອກນີ້, ສືບຕໍ່ເອົາໃຈໃສ່ພິພາກສາປັບໃໝຜູ້ກະທຳຜິດ, ຮີບວັດຖຸສິ່ງຂອງ ທີ່ໃຊ້ເຂົ້າໃນການກະທຳຜິດເຂົ້າເປັນຂອງລັດ ຕາມລະບຽບກົດໝາຍ; ເອົາໃຈໃສ່ໃນການລົງໄປພິພາກສາຄະດີຢູ່ທ້ອງຖິ່ນແຂວງ ທີ່ຂຶ້ນກັບສານປະຊາຊົນພາກກາງ ຕາມສິດ ແລະ ພາລະບົດບາດທີ່ກຳນົດໄວ້ໃນກົດໝາຍ.
ທ່ານຮອງປະທານສານ ປະຊາຊົນພາກກາງໃຫ້ຮູ້ວ່າ: ຜ່ານມາ, ສານປະຊາຊົນພາກກາງ ໄດ້ເອົາໃຈໃສ່ແກ້ໄຂຄະດີຮັບປະກັນຕາມຫລັກການຮອບດ້ານ, ຄົບຖ້ວນ, ພາວະວິໄສ, ການພິພາກສາຄະດີມີທ່ວງທ່າດີຂຶ້ນຄື: 5 ປີ ຜ່ານມາ, ສາມາດແກ້ໄຂຄະດີໄດ້ 2.320 ເລື່ອງ, ຮີບວັດຖຸສິ່ງຂອງທີ່ໃຊ້ເຂົ້າໃນການກະທຳຜິດເຂົ້າເປັນຂອງລັດລວມມູນຄ່າ525 ລ້ານກວ່າກີບ, 2 ລ້ານກວ່າບາດ (ສະກຸນເງິນໄທ), 537 ພັນກວ່າໂດລາສະຫະລັດ, ລົດໃຫຍ່ 51 ຄັນ, ລົດຈັກ 32 ຄັນ, ເຮືອນ 1 ຫລັງ, ດິນ 1 ຕອນ, ໂທລະສັບ 249 ເຄື່ອງ ແລະ ອາວຸດ 42 ກະບອກ ພ້ອມທັງພິພາກສາໃຫ້ໂຈດ ແລະ ຈຳເລີຍເສຍອາກອນ ໃຫ້ລັດໄດ້ອີກຈໍານວນໜຶ່ງ.