ເສຍຊີວິດເປັນລາຍວັນຈາກອຸປະຕິເຫດບົນທ້ອງຖະໜົນ.
ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫລວງ ໃຫ້ຮູ້ວ່າ: ປັດຈຸບັນ ມີຜູ້ເສຍຊີວິດຈາກອຸປະຕິເຫດບົນທ້ອງຖະໜົນນັບວ່າເປັນລາຍວັນ, ດັ່ງຕົວເລກ ໃນໄລຍະ 5 ປີ( 2014-2018) ມີຜູ້ເສຍຊີວິດຈາກອຸປະຕິເຫດ ສະເລ່ຍຫລາຍກ່ວາ 1 ພັນຄົນຕໍ່ປີ, ໃນນີ້ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກສຶກສາ, ຊຶ່ງເທົ່າກັບການເສຍຊີວິດ 15 ຄົນຕໍ່ປະຊາກອນ 1 ແສນຄົນຕໍ່ປີ ແລະ ທຽບໃສ່ໄລຍະຜ່ານມາ ຈຳນວນອຸປະຕິເຫດ ແລະ ຜູ້ເສຍຊີວິດເພີ່ມຂຶ້ນເກືອບ 10%.
ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ປະທານ ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫລວງ ໃຫ້ຮູ້ວ່າ: ວຽກງານຄວາມປອດໄພທາງຖະໜົນຢູ່ປະເທດເຮົາເຖິງວ່າໄດ້ເອົາໃຈໃສ່ສະກັດກັ້ນປ້ອງກັນໃນຫລາຍວິທີ, ແຕ່ກໍເຫັນວ່າ ມີຕົວເລກສູງ ເມື່ອທຽບກັບຫລາຍປະເທດໃນອາຊຽນ, ສະເລ່ຍແລ້ວການເສຍຊີວິດຈາກອຸປະຕິເຫດທ້ອງຖະໜົນ ມີຫລາຍກ່ວາ 1 ພັນຄົນຕໍ່ປີ, ຊຶ່ງກໍມີຫລາຍສາເຫດ ເປັນຕົ້ນແມ່ນ: ລະບົບການຄຸ້ມຄອງຄວາມປອດໄພທາງຫລວງຍັງບໍ່ເຂັ້ມແຂງ ແລະ ນັກຂບັຂີ່ຈຳນວນໜຶ່ງບໍ່ມີໃບອະນຸຍາດຂັບຂີ່ ແລະ ບໍ່ເຂົ້າໃຈກ່ຽວກັບມາດຕະການຄວາມປອດໄພໃນການໃຊ້ລົດໃຊ້ຖະໜົນ, ນອກນີ້, ມາດຖານໃນການສອບເສັງໃບອະນຸຍາດຂັບຂີ່ຍັງບໍ່ທັນສູງ, ການບັງຄັບໃຊ້ກົດໝາຍກໍຍັງບໍ່ທັນເຂັ້ມງວດ, ໂດຍສະເພາະການຢຶດຄືນໃບອະນຸຍາດຂັບຂີ່ຍັງມີໜ້ອຍ ແລະ ການປັບໃໝໄລຍະຜ່ານ ມາຮອດປັດຈຸບັນມີພຽງ 50% ແລະ ການອານຸຍາດນຳໃຊ້ຍານພາຫະນະທີ່ ນຳເຂົ້າ ສປປ ລາວຍັງບໍ່ທັນເຫມາະສົມກັບຂໍ້ບັງຄັບດ້ານຄວາມປອດໄພ ຕະຫລອດຮອດການບາດເຈັບ ຈາກການສັນຈອນຕາມເສັ້ນທາງຕ້ອງໄດ້ຜ່ານ ການຕອບສະໜອງທາງການແພດສຸກເສີນຢ່າງວ່ອງໄວ.
ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫລວງ ໃຫ້ຮູ້ວ່າ: ຈາກສະພາບດັ່ງກ່າວ ພາກສ່ວນກ່ຽວຂ້ອງກໍໄດ້ເອົາໃຈໃສ່ ສະກັດກັ້ນ ບັນຫາອຸປະຕິເຫດ, ແລະ ໂດຍຕັ້ງເປົ້າຮອດປີ 2030 ຈະຫລຸດຈຳນວນ ຜູ້ເສຍຊີວິດຈາກອຸປະຕິເຫດລົງ 5% ຫລື ເທົ່າກັບ 0% ຊຶ່ງໃນນີ້ ໄດ້ເລັ່ງເພີ່ມທະວີເອົາໃຈໃສ່ໂຄສະນາ ໃຫ້ຜູ້ຂັບຂີ່ຮູ້ເຖິງຄວາມປອດໄພທາງຖະໜົນ, ພ້ອມດຽວກັນນັ້ນ ກໍຈະເພີ່ມຫລັກສູດການຮຽນ ເຂົ້າໃນຊັ້ນປະຖົມ ແລະ ມັດຖະຍົມ ກ່ຽວກັບການສັນຈອນ ແລະ ຄວາມປອດໄພທາງຖະໜົນ, ພ້ອມທັງການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ເປັນຕົ້ນແມ່ນຜູ້ຂັບຂີ່ດື່ມສິ່ງມືນເມົາ