ສາກົນສະໜອງເງິນກູ້ແກ່ລາວເພື່ອປັບປຸງເສັ້ນທາງແຕ່ສີເກີດຫາໂພນໂຮງແຂວງວຽງຈັນ.
ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມສັນຍາການຟື້ນຟູ ແລະ ບູລະນະທາງຫລວງເລກ 13 ເໜືອໄລຍະທາງ 58 ກິໂລແມັດ ແຕ່ສາມແຍກສີເກີດເມືອງນາຊາຍທອງນະຄອນຫລວງວຽງຈັນຫາເມືອງໂພນໂຮງແຂວງວຽງຈັນ.
ພາຍຫລັງໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕໍ່າຈາກ 3 ສະຖາບັນການເງິນສາກົນຄື: ທະນາຄານໂລກ (World Bank) ມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ (AIIB) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດີເພື່ອການພັດທະນາ (NDF) ມູນຄ່າ 9,5 ລ້ານໂດລາ ແລະ ເງິນລັດຖະບານລາວສົມທົບມູນຄ່າ 38,5 ລ້ານໂດລາສະຫະລັດ, ລວມມີມູນຄ່າການກໍ່ສ້າງທັງໝົດ 128 ລ້ານໂດລາສະຫະລັດ, ຊຶ່ງໂຄງການນີ້ປະກອບມີການກໍ່ສ້າງ ແລະ ບູລະນະຮັກສາທາງ, ຄ່າເວນຄືນທີ່ດິນ ແລະ ສິ່ງກີດຂວາງ, ຄ່າທີ່ປຶກສາ ແລະ ອື່ນໆ, ໂດຍມີໄລຍະກະກຽມໂຄງການ 1 ປີ ແລະ ໄລຍະປະຕິບັດໂຄງການແມ່ນ 10 ປີ (ແຕ່ 2019-2028) ປະກອບມີ: ຍົກລະດັບໂຄງສ້າງ ແລະ ຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມ ເພື່ອໃຫ້ສາມາດຮັບນໍ້າໜັກການບັນທຸກຕາມມາດຕະຖານຂອງອາຊຽນຄື: 11 ໂຕນຕໍ່ເພົາ ແລະ ສາມາດຮັບປະກັນລະບາຍການສັນຈອນໄດ້ເຖິງປີ 2030.

ສຳລັບໂຄງສ້າງທາງໄດ້ອອກແບບເປັນໜ້າທາງເບຕົງເສີມເຫລັກແບ່ງອອກເປັນສອງສັນຍາ, ສັນຍາທີ 1 ແຕ່ສາມແຍກສີເກີດ (ກິໂລແມັດທີ 12) ຫາ ບ້ານສົງເປືອຍ (ກິໂລແມັດທີ 31) ປັບປຸງ ແລະ ຂະຫຍາຍໜ້າທາງຈາກ 2 ເລນ ເປັນ 4 ເລນໃຫຍ່, ມີເລນສຳລັບລົດຈັກສອງເບື້ອງເພີ່ມຕື່ມ, ມີທາງຍາງສອງເບື້ອງສຳລັບຊຸມຊົນ ແລະ ມີດອນກາງທາງ, ຊຶ່ງຄວາມກວ້າງຂອງໜ້າທາງທັງໝົດແມ່ນ 23 ແມັດລວມມີມູນຄ່າ 31 ກວ່າໂດລາສະຫະລັດ ແລະ ສັນຍາທີ 2 ແຕ່ບ້ານສົງເປືອຍ (ກິໂລແມັດທີ 31) ຫາໂພນໂຮງ (ກິໂລແມັດທີ 70) ປັບປຸງເປັນທາງສອງເລນໃຫຍ່, ມີສອງເລນນ້ອຍສຳລັບລົດຈັກສອງເບື້ອງເພີ່ມຕື່ມ ບໍ່ມີດອນກາງທາງແຕ່ມີໄລຍະຫ່າງໃນການແລ່ນສວນກັນ ແລະ ທາງຄົນຍ່າງສຳລັບຊຸມຊົນ.

ສຳລັບເຂດບໍ່ມີຊຸມຊົນຈະເປັນບ່າທາງທຳມະດາບໍ່ມີທາງຄົນຍ່າງ, ຊຶ່ງຄວາມກວ້າງໜ້າທາງແມ່ນແຕກຕ່າງກັນຈາກ 13 ແມັດຫາ 16 ແມັດ ເປັນໄລຍະໆໄປ ລວມມີມູນຄ່າ 36 ລ້ານກວ່າໂດລາສະຫະລັດ.
ສ່ວນຮູບການຊຳລະໃຫ້ແກ່ຜູ້ຮັບເໝົາແມ່ນແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ແມ່ນການດຳເນີນການກໍ່ສ້າງ 3 ປີ, ໂດຍນຳໃຊ້ງົບປະມານເງິນກູ້ ຢືມຈາກທະນາຄານໂລກ ແລະ ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີຊຳລະໃຫ້ບໍລິສັດຮັບເໝົາກໍ່ສ້າງປະມານ 80% ຂອງມູນຄ່າສັນຍາ, ໄລຍະທີ 2 ແມ່ນໄລຍະການນຳໃຊ້ ແລະ ບູລະນະຮັກສາທາງ, ໂດຍນຳໃຊ້ເງິນສົມທົບຂອງລັດຖະບານ (ກອງທຶນທາງ) ຊຳລະໃຫ້ແກ່ບໍລິສັດຜູ້ຮັບເໝົາໄລຍະ 7 ປີ ປະມານ 20% ຂອງມູນຄ່າສັນຍາ, ການຄັດເລືອກຜູ້ຮັບເໝົາແມ່ນນຳໃຊ້ຮູບແບບການຈັດຊື້-ຈັດຈ້າງດ້ວຍການປະມູນເປີດກວ້າງ (ສາກົນ) ຕາມລະບຽບການຂອງຜູ້ໃຫ້ທຶນ, ເອກະສານການປະມູນທີ່ນຳໃຊ້ແມ່ນເອກະສານມາດຕະຖານຂອງທະນາຄານໂລກໃນຮູບສັນຍາແບບມອບເໝົາ, ໝາຍວ່າຜູ້ຮັບເໝົາເປັນຜູ້ດຳເນີນການກໍ່ສ້າງສຳເລັດແລ້ວສືບຕໍ່ບູລະນະຮັກສາໄປອີກ 7 ປີ ຈຶ່ງມອບໃຫ້ເຈົ້າຂອງໂຄງການ, ຜ່ານການປະມູນທີ່ໄດ້ເລີ່ມຕົ້ນດຳເນີນມາແຕ່ເດືອນມັງກອນປີ 2019 ຈົນເຖິງເດືອນສິງຫາ 2019 ຈຶ່ງສຳເລັດ ແລະ ໄດ້ຮັບເອົາບໍລິສັດຮູເປີຍຊາງຈຽງກໍ່ສ້າງຂົວທາງເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ມີລາຄາຕໍ່າກວ່າໝູ່ເປັນຜູ້ຊະນະການປະມູນ.