ບໍລິສັດ Facebook ປິດຫຼາຍບັນຊີ ທີ່ສົງໄສກັນວ່າກ່ຽວຂ້ອງກັບການເລືອກຕັ້ງປະທານາທິບໍດີ ສະຫະລັດ
ຮຽບຮຽງໂດຍ: ລູກເມືອງພວນ
ຣອຍເຕີ ວັນທີ 22 ຕຸລານີ້ ໃຫ້ຮູ້ວ່າ: ບໍລິສັດ Facebook ໄດ້ປະກາດປິດບັນຊີ Instagram (ສື່ສັງຄົມອອນລາຍທີ່ຂຶ້ນກັບ Facebook ) ຫຼາຍບັນຊີ ທີ່ມີຕົ້ນກຳເນີດມາຈາກລັດເຊຍ ທີ່ສົງໄສກັນວ່າຈະເຜີຍແຜ່ຂໍ້ມູນທີ່ຜິດພາດກ່ອນການເລືອກຕັ້ງປະທານາທິບໍດີຂອງສະຫະລັດ.
ຊຶ່ງບັບດາບັນຊີດັ່ງກ່າວໄດ້ປອມຕົວເປັນບັນຊີຢູ່ໃນສະຫະລັດເອງ ແລະ ໄດ້ລົງຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງຂອງສະຫະລັດ ເພື່ອແນໃສ່ສ້າງຄວາມຂັດແຍ້ງ ແລະ ຄວາມແຕກແຍກໃນສັງຄົມ. ຈຸດປະສົງຕົ້ນຕໍຂອງກຸ່ມຄົນເຫຼົ່ານັ້ນແມ່ນເພື່ອແນໃສ່ສ້າງຄວາມປັ່ນປ່ວນບັ້ນການເລືອກຕັ້ງປະທານາທິບໍດີສະຫະລັດໃນປີໜ້າ(ຕາງໜ້າ ເຟສບຸກລາຍງານ)
ກ່ອນໜ້ານີ້ ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງສະຫະລັດໄດ້ອອກມາຕັກເຕືອນ ລັດເຊຍ, ອີຣານ ແລະ ຫຼາຍໆປະເທດທີ່ຈະສ້າງຜົນກະທົບຕໍ່ຜົນການເລືອກຕັ້ງປະທານາທິບໍດີຂອງສະຫະລັດໂດຍຜ່ານພາຫະນະສື່ມວນຊົນ. ລັດເຊຍ, ອີຣານ ໄດ້ອອກມາປະຕິເສດຄຳກ່າວຫາດັ່ງກ່າວຫຼາຍຄັ້ງດ້ວຍກັນ.
