ເຈົ້າໜ້າທີ່ເລັ່ງຕິດຕາມລົດໃຫຍ່ 2 ຄັນທີ່ຕິດປ້າຍທະບຽນ ປກສ 0622 ປອມແປງ
October 25, 2019 - 7:34 AM
ກົມຕໍາຫລວດຈະລາຈອນ, ໄດ້ແຈ້ງໃຫ້ພະແນກຕໍາຫລວດຈະລາຈອນໃນທົ່ວປະເທດ ເອົາໃຈໃສ່ຕິດຕາມກວດກາລົດຈີບຟໍຈູນເນີສີຂາວ ແລະ ລົດເກັງຍີຫໍ້ວີອອດ ສີຂາວ ທັງສອງຕິດປ້າຍທະບຽນ ປກສ 0622 ມາດໍາເນີນຄະດີ, ຫລັງຈາກປ້າຍທະບຽນດັ່ງກ່າວເປັນປ້າຍທະບຽນປອມແປງ.
ແຈ້ງການລະບຸວ່າ: ກໍລະນີພະນັກງານໃນກໍາລັງ ປກສ ນໍາໃຊ້ແມ່ນໃຫ້ປົດປ້າຍທະບຽນອອກແລ້ວສອບສວນຂໍ້ມູນທີ່ມາຂອງປ້າຍໃຫ້ລະອຽດ ແລະ ຖ້າແມ່ນບຸກຄົນທົ່ວໄປແມ່ນໃຫ້ກັກລົດພ້ອມຜູ້ຂັບ ມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ, ເນື່ອງຈາກເປັນການລະເມີດຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບໃຫ້ຢຸດຕິການຂຶ້ນທະບຽນປ້າຍລົດ ປກສ ທຸກປະເພດ.