ລາວຈະສະຫລອງວັນສ້າງຕັ້ງອົງການແຮງງານສາກົນຄົບຮອບ 100 ປີກາງເດືອນພະຈິກນີ້


ໃນວັນທີ 25 ຕຸລານີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖະແຫລ່ງໃຫ້ຮູ້ວ່າ: ປັດຈຸບັນ, ກະຊວງຂອງຕົນໄດ້ກະກຽມຫລາຍກິດຈະກໍາເພື່ອສະເຫລີມສະຫລອງວັນສ້າງຕັ້ງອົງການແຮງງານສາກົນ ILO ຄົບຮອບ 100 ປີ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການແຮງງານສາກົນຄົບຮອບ 55 ປີຂຶ້ນໃນກາງເດືອນພະຈິກນີ້, ຊຶ່ງປະກອບມີ: ການຍ່າງເພື່ອສຸຂະພາບ, ສໍາມະນາໃຫ້ຄໍາປຶກສາດ້ານແຮງງານ, ການແຂ່ງຂັນສີມືແຮງງານ, ວາງສະແດງຮູບພາບການເຄື່ອນໄຫວວຽກງານຂອງອົງການແຮງງານສາກົນ ແລະ ກິດຈະກໍາອື່ນໆ ເພື່ອໂຄສະນາ, ປູກຈິດສໍານຶກໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການສົ່ງເສີມການມີວຽກເຮັດງານທໍາ, ຄວາມຕ້ອງການຂອງຕະຫລາດແຮງງານ, ການປົກປ້ອງ ແລະ ສົ່ງເສີມສິດຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ພ້ອມທັງເສີມຂະຫຍາຍວຽກງານດ້ານມະນຸດສະທໍາ, ເພີ່ມທະວີໃຫ້ການຊ່ວຍເຫລືອຜູ້ອ່ອນແອ ແລະ ດ້ອຍໂອກາດໃນສັງຄົມ ໂດຍສະເພາະຜູ້ທຸກຍາກ, ແມ່ຍິງ ແລະ ຄົນພິການໃຫ້ມີສ່ວນຮ່ວມ ແລະ ເຂົ້າເຖິງຂໍ້ມູນນຂ່າວສານດ້ານແຮງງານ ແລະ ອື່ນໆ. ນອກນີ້, ເພື່ອສະແດງເຖິງ ການປະກອບສ່ວນຂອງອົງການຈັດຕັ້ງຕ່າງໆຂອງລາວ ແລະ ອົງການແຮງງານສາກົນເຂົ້າໃນວຽກງານພັດທະນາເສດຖະກິດ-ສົງຄົມຂອງຊາດໃນຜ່ານມາ.
ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ອົງການແຮງງານສາກົນສ້າງຕັ້ງຂຶ້ນໃນປີ 1919, ມີສຳນັກງານໃຫຍ່ຕັ້ງຢູ່ເຈນນິວາ ປະເທດສະວິສເຊີແລນ, ເປັນອົງການເຄືອຂ່າຍຂອງອົງການສະຫະປະຊາຊາດ, ມີບົດບາດໃນການປົກປ້ອງສິດຜົນປະໂຫຍດດ້ານງານແຮງງານ, ກຳນົດມາດຕະຖານແຮງງານ, ພັດທະນານະໂຍບາຍ ແລະ ແຜນງານປະຕິບັດ ເພື່ອສົ່ງເສີມສິດທິໃນການເຮັດວຽກ, ສ້າງຄວາມເຂັ້ມແຂງໃນການປົກປ້ອງສັງຄົມ ແລະ ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳສຳລັບທຸກຄົນ.
ສຳລັບ ສປປ ລາວ, ໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນປີ 1964 ຕະຫລອດໄລຍະ 55 ປີທີ່ເປັນສະມາຊິກ, ສປປ ລາວ ໄດ້ໃຫ້ສັດຕະຍາບັນ ບັນດາສົນທິສັນຍາກັບອົງການນີ້ຈໍານວນ 10 ສະບັບ ແລະ ໄດ້ຕັ້ງໜ້າແກ້ໄຂບັນຫາ ແລະ ພັດທະນາວຽກງານແຮງງານ, ໄດ້ປັບປຸງບັນດາກົດໝາຍ ເຊັ່ນ: ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ນິຕິກຳ ຕ່າງໆທີ່ກ່ຽວຂ້ອງກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ລວມເຖິງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງສັງຄົມແຫ່ງຊາດ ແນໃສ່ຮັບປະກັນໃຫ້ການພັດທະນາເສດຖະກິດ ມີຄວາມໝັ້ນທ່ຽງ, ສັງຄົມມີຄວາມສະຫງົບສຸກ ແລະ ຍຸຕິທຳ ປະຊາຊົນບັນດາເຜົ່າມີຄວາມຢູ່ດີກິນດີ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.