ງານ LAO TOP 3 EXPO ຈະຈັດຂຶ້ນໃນກາງປີ 2020 ນີ້

ງານ lao top 3 expo ຈະຈັດຂຶ້ນໃນກາງປີ 2020 ນີ້ - 1111 3 - ງານ LAO TOP 3 EXPO ຈະຈັດຂຶ້ນໃນກາງປີ 2020 ນີ້
ງານ lao top 3 expo ຈະຈັດຂຶ້ນໃນກາງປີ 2020 ນີ້ - kitchen vibe - ງານ LAO TOP 3 EXPO ຈະຈັດຂຶ້ນໃນກາງປີ 2020 ນີ້

ໃນວັນທີ 25 ຕຸລານີ້, ກຸ່ມບໍລິສັດ ເອເອັມບີ ທາສສັສ ອີເວັ້ນ ໄດ້ຖະແຫຼງໃຫ້ຮູ້ວ່າ: ງານ LAO TOP 3 EXPO ຈະໄດ້ຈັດຂຶ້ນໃນວັນທີ 11-13 ມິຖຸນາ 2020 ທີ່ຈະມາເຖິງນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນງານວາງສະແດງດັ່ງກ່າວລວມມີ 3 ງານຄື: ງານວາງສະແດງສິນຄ້າລະດັບສາກົນທາງດ້ານອຸດສາຫະກໍາອາຄານ ແລະ ການກໍ່ສ້າງ, ງານວາງສະແດງສິນຄ້າລະດັບສາກົນກ່ຽວກັບອຸດສາຫະກໍານໍ້າ ແລະ ບົວລະບັຮັກສານໍ້າ ແລະ ງານວາງສະແດງສິນຄ້າລະດັບສາກົນທາງດ້ານອາຫານ, ເຄື່ອງດື່ມ ແລະ ສິ່ງອໍານວຍຄວາມສະດວກໃນການບໍລິການ.

    ງານ LAO TOP 3 EXPO 2020 ເຊິ່ງເປັນງານທີ່ໃຫຍ່ທີ່ສຸດໃນລາວ ເພື່ອສະໜັບສະໜູນການເຕີບໂຕທາງດ້ານອາຄານ, ວັດສະດຸກໍ່ສ້າງ, ໂຄງສ້າງພື້ນຖານ, ອາຫານ, ເຄື່ອງດື່ມ ແລະ ສິ່ງອໍານວຍຄວາມສະດວກໃນການບໍລິການ, ນອກນີ້ ຍັງຈະເປັນເວທີ ແລະ ສື່ກາງຂອງການສະແດງໃຫ້ແກ່ບໍລິສັດ, ຍໍ່ຫໍ້ ແລະ ຜູ້ຊໍານາມຈາກອຸດສາຫະກໍາທີ່ເຂົ້າຮ່ວມງານ ເພື່ອພັດທະນາ ແລະ ຂະຫຍາຍເຄື່ອຂ່າຍທຸລະກິດຢູ່ລາວ. ງານດັ່ງກ່າວຄາດວ່າຈະສາມາດດຶງດູດເອົາບໍລິສັດຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມໄດ້ຫຼາຍກວ່າ 200 ບໍລິສັດ, ພ້ອມທັງຍີ່ຫໍ້ຊັ້ນນໍາຈາກ 16 ປະເທດ ເປັນຕົ້ນຄື: ຈີນ, ອິນເດຍ, ອີຕາລີ, ມາເລເຊຍ, ໄທ, ສິງກະໂປ ແລະ ປະເທດອື່ນໆ ເຊິ່ງຄາດວ່າຈະເຂົ້າຮ່ວມເປັນກຸ່ມຂອງແຕ່ລະປະເທດ.

ງານ lao top 3 expo ຈະຈັດຂຶ້ນໃນກາງປີ 2020 ນີ້ - Visit Laos Visit SALANA BOUTIQUE HOTEL - ງານ LAO TOP 3 EXPO ຈະຈັດຂຶ້ນໃນກາງປີ 2020 ນີ້

    ໃນງານຄັ້ງນີ້ຍັງຈະມີການແຂ່ງຂັນຕົບແຕ່ງສິ່ງອໍານວຍຄວາມສະດວກໃນການບໍລິການ ແລະ ການປຸງແຕ່ງອາຫານ 2020, ຈະໄດ້ມອບລາງວັນໃຫ້ແກ້ຜູ້ທີ່ມີຄວາມສາມາດ, ທັກສະ ແລະ ການຈັດການສະແດງທາງດ້ານອຸດສາຫະກໍາໂຮງແຮມ, ຮ້ານອາຫານ ແລະ ກາເຟທີ່ດີທີ່ສຸດ ໂດຍເນັ້ນໃສ່ການສະແດງຄວາມເປັນລາວ ໃນຈຸດໝາຍຂອງການປຸງແຕ່ງອາຫານ.

ງານ lao top 3 expo ຈະຈັດຂຶ້ນໃນກາງປີ 2020 ນີ້ - 3 - ງານ LAO TOP 3 EXPO ຈະຈັດຂຶ້ນໃນກາງປີ 2020 ນີ້
ງານ lao top 3 expo ຈະຈັດຂຶ້ນໃນກາງປີ 2020 ນີ້ - 5 - ງານ LAO TOP 3 EXPO ຈະຈັດຂຶ້ນໃນກາງປີ 2020 ນີ້
ງານ lao top 3 expo ຈະຈັດຂຶ້ນໃນກາງປີ 2020 ນີ້ - 4 - ງານ LAO TOP 3 EXPO ຈະຈັດຂຶ້ນໃນກາງປີ 2020 ນີ້