ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຕີລາຄາວຽກງານ ປີ 2019
ຂປລ.ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ຂອງຕົນຂຶ້ນ ໃນລະຫວ່າງວັນທີ 23-24 ຕຸລາ ນີ້, ເພື່ອຕີລາຄາການເຄື່ອນໄຫວວຽກງານໃນໄລ ຍະຜ່ານມາ ແລະ ສະເໜີວຽກງານຈຸດສຸມປະຈຳປີ 2020; ພ້ອມທັງປຶກສາຫາລືກ່ຽວກັບບັນຫາພົ້ນເດັ່ນ ທີ່ສັງຄົມມີຄວາມສົນໃຈ ທີ່ຕິດພັນກັບວຽກງານຂອງກຳມາທິການ, ການຈັດຕັ້ງປະຕິບັດນິຕິກຳກ່ຽວກັບການເຊົ່າ ແລະ ສຳປະທານເນື້ອທີ່ດິນ ເພື່ອການດຳເນີນກິດຈະການຕ່າງໆຄື ກິດຈະການຕິດຕັ້ງ ແລະ ສ້ອມແປງໄຟຟ້າ ລວມທັງມາດຕະຖານເຕັກນິກ, ອຸປະກອນໄຟຟ້າ ແລະ ລາຄາໄຟຟ້າເຂົ້າເຮືອນ ແລະ ປຶກສາຫາລືກັນກ່ຽວກັບ ແຜນການຜະລິດ ເພື່ອທົດແທນຜົນເສຍຫາຍຈາກໄພນ້ຳຖ້ວມໃນປີຜ່ານມາ.
ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ເປັນການສະຫລຸບຕີລາຄາການຈັດຕັ້ງປະຕິບັດພາລະບົດ ບາດຂອງກຳມາທິການ ໃນຖານະທີເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ຂອງອົງການລັດທີ່ກ່ຽວຂ້ອງ ທັງແລກປ່ຽນທັດສະ ນະຄຳຄິດເຫັນຮ່ວມກັນ ກ່ຽວກັບບັນ ຫາພົ້ນເດັ່ນທີ່ເກີດຂຶ້ນ ເພື່ອປຶກສາຫາລືຮ່ວມກັນ. ໃນໄລຍະຜ່ານມາ ກໍາມາທິການນີ້ ໄດ້ເປັນເສນາທິການໂດຍກົງໃຫ້ແກ່ສະພາແຫ່ງຊາດ ຊຸດທີ VIII ແລະ ຄະນະປະຈໍາສະ ພາແຫ່ງຊາດ ເປັນຕົ້ນ ດ້ານນິຕິບັນຍັດ, ການຄົ້ນຄວ້າຕົກລົງບັນຫາສໍາຄັນພື້ນຖານຂອງຊາດ, ການຕິດ ຕາມກວດກາການປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ຄົ້ນຄວ້າປະກອບຄໍາເຫັນ ກ່ຽວກັບການໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ຄໍາຮອ້ງຂໍຄວາມເປັນທໍາຂອງປະຊາຊົນ ໃນຂົງເຂດວຽກງານ ກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ອຸດສະຫະກໍາ ແລະ ການຄ້າ, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ວິທະຍາສາດ ແລະ ເຕັກໂນໂລຊີ, ພະລັງງານ ແລະ ບໍ່ແຮ່, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອື່ນໆ.
ທ່ານ ບຸນປອນ ສີສຸລາດ ລະບຸວ່າ: ສຳລັບທິດທາງວຽກງານຈຸດສຸມໃນປີ 2020 ຈະສືບຕໍ່ເອົາໃຈ ໃສ່ໃນຫລາຍບັນຫາ ທີ່ຍັງຄົງຄ້າງ ເປັນຕົ້ນ ສືບຕໍ່ເພີ່ມທະວີຄວາມສາມາດ ແລະ ຮັບປະກັນຄຸນນະພາບ ໃນການສ້າງ ແລະ ປັບປຸງກົດໝາຍ, ການຄົ້ນຄວ້າບັນຫາສຳຄັນພື້ນຖານຂອງຊາດ ແລະ ການຕິດຕາມກວດກາການປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ; ພ້ອມທັງຍົກສູງຄຸນນະພາບໃນການຕິດຕາມກວດກາ ແລະ ແກ້ໄຂຜົນການຕິດຕາມກວດກາ ຢ່າງເປັນລະບົບຕໍ່ເນື່ອງໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ຍົກສູງບົດບາດການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນປະຈຳເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ.