12 ຫລັກການຊ່ວຍທ່ານໃນການສ້າງຜົນງານ

- kitchen vibe - 12 ຫລັກການຊ່ວຍທ່ານໃນການສ້າງຜົນງານ

- 1504 300x189 - 12 ຫລັກການຊ່ວຍທ່ານໃນການສ້າງຜົນງານ

  1. ຄວາມເຊື່ອໃນຕົນເອງຄວນເປັນຂອງຕົນເອງຫລາຍກ່ວາຈື່ຈາກເຂົາມາເຊື່ອ.
  2. ຂຽນເປົ້າໝາຍຂອງຕົນເອງເປັນໂຕໜັງສືລົງໃສ່ເຈ້ຍໃຫ້ຈະແຈ້ງດ້ວຍຕົນເອງ.
  3. ເຮັດວຽກເປັນທີມ (ຮັກສາຄວາມສຳພັນທ່ີດີຕໍ່ບຸກຄົນອ້ອມຂ້າງ) ຂອງຕົນເອງ.
  4. ພູມໃຈໃນຄວາມສາມາດຂອງຕົນເອງ ຄິດວ່າເຮົາເຮັດໄດ້.
  5. ຄວນລົງມືເຮັດກ່ອນຕອບວ່າຂ້ອຍເຮັດໄດ້ຫລືບໍ່ໄດ້.
  6. ສະສົມປະສົບການໃຫ້ຫລາຍເພື່ອເປັນຕົ້ນທຶນຂອງການເຮັດວຽກ.
  7. ຝຶກເຮັດຫຍັງທີ່ຮູ້ສຶກຝືນໃຈໂຕເອງແດ່ ເຊັ່ນ : ໃຊ້ມືເບື້ອງທີ່ບໍ່ລຶ້ງ, ຢູ່ກັບຄວາມອຶດອັດ, ໃຊ້ອາລົມຢ່າງຮູ້ຄຸນຄ່າ, ຢູ່ກັບໂຕເອງແບບງຽບໆແດ່, ຮັກໂຕເອງໃຫ້ເປັນ.
  8. ຢ່າຟ້າວຊ່ວຍເຫລືອຄົນອື່ນໄວເກີນໄປ (ໃຈເຢັນໆ ເບິ່ງອົງປະກອບກ່ອນການຕັດສິນໃຈຊ່ວຍ).
  9. ຄຳເວົ້າທີ່ຄວນຝຶກໄວ້ເປັນປະຈຳ ແມ່ນ : ມີຫຍັງໃຫ້ຊ່ວຍຫລືບໍ່ ? ມີຫຍັງໃຫ້ຊ່ວຍກໍບອກໄດ້ເດີ້.
  10. ເປົ້າໝາຍຕ້ອງການສະບາຍ ມື້ນີ້ຕ້ອງລຳບາກກ່ອນ ຫລື ວ່າມື້ນີ້ທ່ານສະບາຍກ່ອນໄດ້ເລີຍ ປາຍທາງຈະລຳບາກແນ່ນອນ ຈົ່ງວາງແຜນທີ່ຊີວິດຂອງຕົນເອງໄວ້.
  11. ຄິດດ້ານບວກເປັນສິ່ງທີ່ມີຄວາມສຳຄັນຫລາຍໃນຊີວິດ ເປັນດັ່ງເສົາເຂັມຂອງຊີວິດຄົນເຮົາ, ຫາກພື້ນຖານຄວາມຄິດດີ ທຸກສິ່ງດີໆກໍຈະດຶງດູດເຂົ້າຫາເຮົາຢ່າງແນ່ນອນ.

ຫາກທ່ານບໍ່ອ່ານໜັງສື ທ່ານກໍຈະບໍ່ຮູ້ເລື່ອງລາວໃນໜັງສືເຫລັ້ມນັ້ນ, ການຝຶກຝົນເປັນບົດຮຽນສຳ ຄັນ ຫາກທ່ານບໍ່ເຮັດກໍຈະບໍ່ຮຽນຮູ້ໄດ້.

- Visit Laos Visit SALANA BOUTIQUE HOTEL - 12 ຫລັກການຊ່ວຍທ່ານໃນການສ້າງຜົນງານ
- 3 - 12 ຫລັກການຊ່ວຍທ່ານໃນການສ້າງຜົນງານ
- 4 - 12 ຫລັກການຊ່ວຍທ່ານໃນການສ້າງຜົນງານ
- 5 - 12 ຫລັກການຊ່ວຍທ່ານໃນການສ້າງຜົນງານ