ງານບຸນນະມັດສະການພະທາດຫລວງວຽງຈັນ ປີນີ້ ມີການຄົບງັນ 7 ວັນ.


ໃນວັນທີ 29 ຕຸລາ ນີ້, ຢູ່ເດີ່ນພະທາດຫລວງວຽງຈັນ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ງານບຸນນະມັດສະການພະທາດຫລວງວຽງຈັນ ປີນີ້ ຈະດຳເນີນການຄົບງັນ 7 ວັນຄື: ນັບແຕ່ວັນທີ 5 ຫາ 11 ພະຈິກ ນີ້, ທັງຈະມີການຈັດງານວາງສະແດງສິນຄ້າຕ່າງໆເປັນຕົ້ນແມ່ນ ສິນຄ້າໂອດອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າຜະລິດຕະພັນພາຍໃນ ແລະ ວາງສະແດງສິນຄ້າປະເພດທ່ອງທ່ຽວ ມີຈຳນວນ 215 ຫ້ອງ, ສິນຄ້າປະເພດທົ່ວໄປມີ 669 ຫ້ອງ ແລະ ຮ້ານຄ້າປະເພດອາຫານ, ເຄື່ອງດື່ມ, ເຂົ້າຫລາມປີ້ງໄກ່ ຢູ່ເຂດຮອບນອກ ຈຳນວນ 134 ຫ້ອງ ຊຶ່ງລວມທັງໝົດປະມານ 1.018 ຫ້ອງເຂົ້າຮ່ວມ.
ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນອກຈາກການຈັດງານວາງສະແດງສິນຄ້າແລ້ວ ງານບຸນນະມັດສະການພະທາດຫລວງວຽງຈັນປີນີ້ ຍັງມີພິທີທາງສາສໜາຄື: ວັນທີ 9 ພະຈິກ ແມ່ນຈະຈັດພິທີສູດປະລິຕະມຸງຄຸນທີ່ພະທາດຫລວງ, ວັນທີ 10 ພະຈິກ ມີພິທີແຫ່ຜາສາດເຜີ້ງ, ວັນທີ 11 ພະຈິກ ມີພິທີຕັກບາດຖະຫວາຍສັງຄະທານ ແລະ ພິທີວຽນທຽນ, ຈູດບັ້ງໄຟສັກກະລະບູຊາອົງພະທາດ ແລະ ມື້ສຸດທ້າຍແມ່ນຈະມີການແຂ່ງຂັນຕີຄີລະຫວ່າງຄະນະລັດຖະບານ ແລະ ຝ່າຍປະຊາຊົນຕາມຮີດຄອງປະເພນີ ທີ່ໄດ້ສືບທອດກັນມາ.