ໂຮງໝໍມິດຕະພາບ 150 ຕຽງ ຈະບໍລິການກວດສຸຂະພາບໂດຍບໍ່ເສຍຄ່າ ເນື່ອງໃນໂອກາດສະຫລອງວັນພະຍາດອຸປະຕິເຫດເສັ້ນເລືອດສະໝອງ

ເນື່ອງໃນໂອກາດສະເຫລີມສະຫລອງວັນພະຍາດອຸປະຕິເຫດເສັ້ນເລືອດສະໝອງ ທີ່ຈະຈັດຂຶ້ນໃນວັນທີ 3 ພະຈິກນີ້, ຢູ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ, ເຊິ່ງທ່ານ ສະໜອງ ທອງຊະນະ ອໍານວຍການໂຮງໝໍດັ່ງກ່າວໄດ້ໃຫ້ສໍາພາດຕໍ່ຮັກຂ່າວໜັງສືພິມລາວພັດທະນາເຮົາວ່າ: ການສະ ເຫລີມສະຫລອງວັນດັ່ງກ່າວໃນປີໂດຍມີຄໍາຂວັນວ່າ: “ອຸປະຕິເຫດເສັ້ນເລືອດສະໝອງສາມາດປ້ອງກັນໄດ້” ແລະ ຈະເປັນອີກໂອກາດໜຶ່ງເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານດ້ານສຸຂະສຶກສາໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຕໍ່ປັດໄຈສ່ຽງຕ່າງໆທີ່ກໍ່ໃຫ້ເກີດພະຍາດນີ້ ແລະ ຮູ້ວີທີປ້ອງກັນປິ່ນປົວ. ພ້ອມນີ້, ທາງໂຮງໝໍຈະມີກິດຈະກຳກວດສຸຂະພາບ, ກວດລະດັບນໍ້າຕານໃນເລືອດ, ເບົາຫວານ, ລະດັບຄວາມດັນເລືອດ ແລະ ໃຫ້ຂໍ້ມູນກ່ຽວກັບປັດໄຈສ່ຽງຕໍ່ການເກີດພະຍາດດັ່ງກ່າວອີກດ້ວຍ.
ພະຍາດອຸປະຕິເຫດເສັ້ນເລືອດໃນສະໜອງ, ເປັນພະຍາດໜຶ່ງທີ່ອັນຕະ ລາຍຮ້າຍແຮງ, ເຊິ່ງແຕ່ລະປີໄດ້ຂ້າຊີວິດຜູ້ຄົນໃນທົ່ວໂລກໄປເປັນຈໍານວນຫລວງ ຫລາຍ. ໃນເມື່ອກ່ອນອົງການອະນາໄມໂລກໄດ້ເວົ້າວ່າພະຍາດນີ້ເປັນພະຍາດທີ່ເກີດຂຶ້ນຢູ່ໃນປະເທດທີ່ມີຈະເລີນສີວິໄລແລ້ວ, ແຕ່ໃນຄວາມຈິງຕາມ ສະຖິຕິຂອງການສຶກສາແລ້ວ ພະຍາດອຸປະຕິເຫດເສັ້ນເລືອດສະໝອງກໍມີເປີເຊັນເກີດຂຶ້ນຫລາຍໃນປະເທດທີ່ກຳລັງພັດທະນາ ແລະ ປະເທດທຸກຍາກ.
ພະຍາດນີ້, ເກີດຂຶ້ນຍ້ອນເສັ້ນເລືອດແຕກ ແລະ ເສັ້ນເລືອດຕີບຕັນ, ເຊິ່ງໄດ້ເຮັດໃຫ້ການຫລໍ່ລ້ຽງເລືອດໃນສະໝອງບໍ່ພຽງພໍ ແລະ ສະໜອງໄດ້ຕາຍໄປໃນສ່ວນໃດສ່ວນໜຶ່ງຈຶ່ງເຮັດໃຫ້ຄົນເຈັບກາຍເປັນອຳມະພຶກ-ອຳມະພາດ ຫລື ສູນເສຍສັກກະຍະພາບ ແລະ ຮ້າຍແຮງແມ່ນເຮັດໃຫ້ເສຍຊີວິດກະທັນຫັນ. ສະເພາະໂຮງໝໍມິດຕະພາບ 150 ຕຽງ ໃນແຕ່ລະປີມີຄົນເຈັບພະຍາດນີ້ເຂົ້າມາປິ່ນປົວຫລາຍກວ່າ 500 ຄົນ ແລະ ອັດຕາການເສຍຊີວິດ 5-10% ຕໍ່ປີ.