ນະຄອນຫລວງກຳນົດຫລາຍຂໍ້ຫ້າມໃນໂອກາດບຸນນະມັດສະການພະທາດຫລວງ
ບຸນນະມັດສະການພະທາດຫລວງວຽງຈັນຈະຄົບງັນແຕ່ວັນທີ 5-11 ພະຈິກນີ້, ເຊິ່ງຈະມີການວາງສະແດງສິນຄ້າຢູ່ສູນການຄ້າລາວ-ໄອເຕັກໄປພ້ອມ, ດັ່ງນັ້ນ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ປອດໄພໃນການຄົບງັນບຸນດັ່ງກ່າວ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ກໍານົດການນໍາໃຊ້ເສັ້ນທາງ, ສະຖານທີ່ຈອດລົດ ແລະ ຂໍ້ຫ້າມຕ່າງໆຄື:
1). ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງລາວ;
2). ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດລວມທັງ ມິດ-ພ້າ, ງ້າວ, ກະຖຸນ, ສະໜັບມື, ສາຍແອວຫົວໃຫຍ່ ເຂົ້າໄປໃນງານບຸນໂດຍເດັດຂາດ ( ຍົກເວັ້ນໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່);
3). ຫ້າມຂາຍ ແລະ ນຳເອົາຢາເສບຕິດ, ທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີ ທີ່ອອກລິດຕໍ່ລະບົບປະສາດທຸກຊະນິດເຂົ້າມາໃນງານຢ່າງເດັດຂາດ;
4). ຫ້າມນຳເອົາຜະລິດຕະພັນທີ່ຮຽນແບບສີ້ນລາວນຳເຂົ້າມາວາງຂາຍພາຍໃນງານຢ່າງເດັດຂາດ;
5). ຫ້າມນຳເຂົ້າຊື້-ຂາຍ ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກທຸກຊະນິດທຸກລະດັບ;
6). ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານທີ່ຄະນະກຳມະການຈັດງານຕະຫລາດນັດກຳນົດໄວ້;
7). ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມຊາມຕ່າງໆເຂົ້າມາໃນງານຢ່າງເດັດຂາດ;
8). ຫ້າມຫລິ້ນການພະນັນທຸກປະເພດ;
9). ຫ້າມຂາຍເຄື່ອງໃສ່ລໍ້ຍູ້ຊະຊາຍໃນງານບຸນຢ່າງເດັດຂາດ;
10). ຫ້າມດື່ມເຫລົ້າ, ເບຍ ແລະ ສິ່ງມືນເມົາ ແລ້ວກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບໃນງານບຸນເດັດຂາດ;
11). ສຳລັບນັກສະແດງສິລະປະຢູ່ໃນງານບຸນ, ວາງສະແດງສິນຄ້າ, ຕະຫລາດນັດແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ;
12). ຫ້າມຕອກເຫລັກ ຫລື ສິ່ງຂອງຕ່າງໆໃສ່ພື້ນເດີ່ນພະທາດຫລວງຢ່າງເດັດຂາດ;
13). ຫ້າມນຳໃຊ້ໂດລນ ຫລື ອຸປະກອນຖ່າຍພາບທາງອາກາດ (ຍົກເວັນແຕ່ທາງການອະນຸຍາດໃຫ້ພາກສ່ວນກ່ຽວຂ້ອງເທົ່ານັ້ນ).