ສະພາແຫ່ງຊາດຈະພິຈາລະນາຫລາຍບັນຫາຂອງຊາດ


ທ່ານນາງ ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ຈະໄດ້ດໍາເນີນໄປແຕ່ວັນທີ 7 ພະຈິກຫາ 6 ທັນວາ 2019, ເພື່ອພິຈາລະນາ ແລະ ຕົກລົງຮັບຮອງບັນຫາສຳຄັນຕ່າງໆຂອງຊາດຄື:
ພິຈາລະນາຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນຕາມການສະເໜີຂອງລັດຖະບານ, ບົດລາຍງານຂອງນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ແລະ ທິດທາງແຜນວຽກຈຸດສຸມປີ 2020, ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ແລະ ຜົນກະທົບຈາກອຸທົກກະໄພ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2019 ແລະ ທິດທາງແຜນການປີ 2020, ບົດລາຍງານຂອງອົງການກວດສອບແຫ່ງລັດ, ຜົນການກວດສອບບົດສະຫລຸບຂາດຕົວການປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2018.
ບົດລາຍງານການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວການປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ຂອງອົງການກວດກາລັດຖະບານ, ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ແລະ ກໍາມາທິການສະພາແຫ່ງຊາດ, ຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບການເກັບລາຍຮັບ, ຕິດພັນກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານທີ່ມີຄຸນນະພາບ ແລະ ການສ້າງວຽກເຮັດງານທໍາຂອງປະຊາຊົນ, ການເຊົ່າ ຫລື ສຳປະທານທີ່ດິນ, ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດປະຈໍາປີ 2019 ແລະ ແຜນການເຄື່ອນໄຫວວຽກງານປີ 2020, ບົດລາຍງານການປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2019 ແລະ ແຜນການປີ 2020, ຮັບຟັງບົດປະກອບຄຳເຫັນຂອງສູນກາງແນວລາວສ້າງຊາດຕໍ່ການປະຕິບັດແຜນການວຽກງານຂອງສະພາແຫ່ງຊາດ, ຮັບຟັງການປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.
ນອກນີ້ຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 8 ສະບັບ. ໃນນັ້ນມີຮ່າງກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຮູບເງົາ ແລະ ຮ່າງກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ແລະ
ຮ່າງກົດໝາຍປັບປຸງປະກອບມີ: ຮ່າງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ, ຮ່າງກົດໝາຍວ່າດ້ວຍການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ, ຮ່າງກົດໝາຍວ່າດ້ວຍການປະກັນໄພ, ຮ່າງກົດໝາຍວ່າດ້ວຍຫລັກຊັບ, ຮ່າງກົດໝາຍວ່າດ້ວຍກິລາ-ກາຍະກໍາ ແລະ ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.
ພິເສດໃນໄລຍະດຳເນີນກອງປະຊຸມ, ສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີ ໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປກອງປະຊຸມຕາມວິທີລຸ່ມນີ້: ໂທລະສັບບໍ່ເສຍຄ່າໝາຍເລກ: 156, ໂທລະສານໝາຍເລກ: 021-413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662, ສົ່ງອີເມວ: na_session @na.gov.la