ສຸຂະພາບລົດ ສຸຂະພາບຄົນ
ໂດຍ: ບັນຫາຈານແຫຍ່
ບັນຫາທີ່ຂໍເວົ້າກັບບັນດາຊູ້ຂອງຄໍລຳ “ບັນຫາຈານແຫຍ່” ໃນມື້ນີ້ ເປັນເລື່ອງສ່ວນຕົວ ແຕ່ກໍເຊື່ຶອວ່າຄົນທົ່ວໄປຄົງມີຄວາມສົນໃຈ ເພາະມັນກ່ຽວກັບສຸຂະພາບ ແລະ ຊີວິດ ທີ່ບໍ່ມີບ່ອນຂາຍ ບ່ອນຊື້ ຄືສິນຄ້າທົ່ວໆໄປໃນຕະຫລາດ.
ຈຳໄດ້ວ່າເມື່ອອາຍຸຍ່າງເຂົ້າຫລັກ 5, ຈານແຫຍ່ໄດ້ຕັ້ງສັດຈະວ່າຈາໄວ້ກັບຕົນເອງວ່າ: ຈະກວດສຸຂະພາບປະຈຳປີບໍ່ໃຫ້ຂາດ ແລະ ຈະຄ່ອຍກ້າວຈາກກວດປະຈຳປີເປັນກວດປະຈຳ 6 ເດືອນ. ແຕ່ແລ້ວອອກປາກສັນຍານ້ຳລາຍບໍ່ທັນແຫ້ງ ກໍມີການລະເມີດແລ້ວ. ມາຮອດປັດຈຸບັນ ຈານແຫຍ່ລອງນັບຂໍ້ມືເບິ່ງກໍພົບວ່າໄດ້ກວດພະຍາດມາທັງໝົດບໍ່ເກີນ 5 ຄັ້ງ ທັງໆທີ່ອາຍຸຫຍັບໃກ້ຫລັກ 7 ພໍແຮງແລ້ວ.
ເຫດໃດຈິ່ງປະຕິບັດບໍ່ໄດ້? ນີ້ຄືຄຳຖາມທີ່ຈານແຫຍ່ຖາມຕົນເອງ ແລະ ຂໍຖາມເພື່ອນຜູ້ອ່ານ ເພາະຢາກຮູ້ວ່າ: ຄົນອື່ນເປັນຄືຈານແຫຍ່ ຫລື ບໍ່?. ໃນໄລຍະຜ່ານມາ, ຈານແຫຍ່ເຄີຍຖາມຫລາຍໆຄົນກ່ຽວກັບການກວດສຸຂະພາບປະຈຳປີ.
ຄຳຕອບທີ່ໄດ້ຮັບນັ້ນປະມານ 70% ບອກວ່າ: “ເຮັດບໍ່ເປັນປົກກະຕິ” ແລະ ມີຈຳນວນບໍ່ໜ້ອຍຕອບວ່າ ບໍ່ເຄີຍກວດເພາະບໍ່ເຫັນມີຄວາມຈຳເປັນ, ບໍ່ເຈັບບໍ່ເປັນເຫດໃດຈະຕ້ອງໄປກວດ?. ມີບາງຄົນຕອບວ່າບໍ່ກ້າໄປກວດຍ້ອນ “ຢ້ານເຫັນ….!” ແລ້ວຈະເຮັດໃຫ້ທຸກໃຈ, ພາໃຫ້ເກີດພະຍາດຊ້ຳ. ມີບາງຄົນບອກວ່າການໄປກວດສຸຂະພາບປະຈຳປີນັ້ນບໍ່ຕ່າງຫຍັງກັບ “ແກ່ວງຕີນຫາສ້ຽນ” ຊອກຫາແນວຮ້າຍໃສ່ຕົນເອງ.
ເມື່ອໄດ້ຢືນຄຳຕອບແບບນີ້, ຈານແຫຍ່ ເອງກໍອຸ່ນໃຈ (ເພາະບໍ່ຍາກໄປກວດ!). ຈານແຫຍ່ຈຳໄດ້ວ່າ ເຄີຍໄດ້ກວດເລືອດເພື່ອເບິ່ງທາດນ້ຳຕານ ແລະ ໄຂມັນຄັ້ງຫລ້າສຸດ ເມື່ອເກືອບ 3 ປີຜ່ານມາ, ເຊິ່ງຜົນອອກມານັ້ນຟັງບໍ່ມ່ວນຫູປານໃດຄື ໄຂມັນຂຶ້ນສູງ, ຕັບເລີ່ ອ່ອນແອ, ໝາກໄຂ່ຫລັງມີສັນຍານບໍ່ດີ.
ຜົນການກວດຄັ້ງນັ້ນ, ເຮັດໃຫ້ຈານແຫຍ່ເຫງົາເປັນເວລາຫລາຍເດືອນ ແລ້ວຈຶ່ງຕັດສິນໃຈວ່າ: ຈະບໍ່“ແກ່ວງຕີນຫາສ້ຽນ” ອີກ.
ນີ້ລະທີ່ເປັນສາເຫດໃຫ້ຈານແຫຍ່ງົດການກວດສຸຂະພາບປະຈຳປີມາເປັນເວລາດົນ ທີ່ເອີ້ນວ່າ: ກວດສຸຂະພາບປະຈຳປີນັ້ນ ຈານແຫຍ່ ໝາຍເຖິງການກວດເລືອດເທົ່ານັ້ນ ບໍ່ໄດ້ກວດຄົບຊຸດຄືຫລາຍຄົນເຮັດ.
ບາດແລ້ວໃນຕົ້ນເດືອນຕຸລາປີນີ້ ບໍ່ຮູ້ວ່າເປັນຫຍັງຈິ່ງປວດຢາກກວດສຸຂະພາບປະຈຳປີຂຶ້ນມາ, ກໍເລີຍເຂົ້າໄປຄລິນິກແຫ່ງໜຶ່ງ ແລະ ນັດກວດເລືອດກັບທ່ານໝໍ ແຕ່ເນັ້ນແລ້ວເນັ້ນອີກວ່າ: ຢາກຮູ້ເລື່ອງທາດນ້ຳຕານ ແລະ ໄຂມັນເທົ່ານັ້ນ ເລື່ອງອື່ນບໍ່ກ່ຽວ!.
ທ່ານໝໍ ຍິ້ມແບບຮູ້ໃຈແຕ່ກໍບອກວ່າ “ອາຍຸສ່ຳລຸງຄວນເບິ່ງທຸກຢ່າງທີ່ເລືອດສາມາດບົ່ງບອກໄດ້” ຈານແຫຍ່ແກວ່ງຫົວປະຕິເສດ (ຍ້ອນຢ້ານເຫັນ…!) ສຸດທ້າຍກໍຮອດເວລານັດເອົາຜົນກວດ ແລະ ຮູ້ວ່າທ່ານໝໍຄົນນີ້ດື້ເຮັດແບບຫົວລ້ານລື່ນຄູ ຄືກວດຮອດ 16 ພະຍາດ.
ຈານແຫຍ່ ຫລັບຕາຟັງທ່ານໝໍອະທິບາຍກ່ຽວກັບແຕ່ຜົນກວດຈົນສຸດ (ຊາໃຈຢາກ ອັດຮອດຫູພຸ້ນລະ).
ທ່ານໝໍ ເວົ້າປິດທ້າຍວ່າ: “ຄົນເຮົາບໍ່ຮູ້ວ່າເປັນຫຍັງ ສົນໃຈສຸຂະພາບລົດຫລາຍກວ່າສຸຂະພາບຕົນເອງ, ພໍລົດເກີດຕິດຂັດ ຫລື ມີສຽງດັງຄ໋ອກແຄ໋ກ ຜິດປົກກະຕິ ກໍຮີບເອົາເຂົ້າອູ່ສ້ອມແປງ, ແຕ່ສຸຂະພາບຕົນເອງພັດແນມກາຍ ລໍຖ້າເຈັບໜັກໆຈຶ່ງເຂົ້າອູ່ (ໂຮງໝໍ) ຂໍໃຫ້ຈຳໄວ້ວ່າ: ລົດຕາຍແປງໃຫ້ດີໄດ້ ຄົນນັ້ນຖ້າຕາຍແລ້ວຕາຍເລີຍເນີລຸງເອີຍ”.
ຈານແຫຍ່ ຍ່າງອອກຈາກຄລິນິກ ດ້ວຍຮອຍຍິ້ມບາງໆແຕ່ໜັກແໜ້ນ ແລະ ໄດ້ສັນຍາກັບຕົນເອງວ່າ: ແຕ່ນີ້ເມື່ອໜ້າສຸຂະພາບຂອງຕົນເອງຈະມາກ່ອນສຸຂະພາບຂອງລົດ!.
