ໄຟໄໝ້ຜະສາດເກົ່າແກ່ ອາຍຸ 600 ປີທີ່ຍີ່ປຸ່ນ
ຮຽບຮຽງໂດຍ: ລູກເມືອງພວນ
ລາຍງານຈາກຕ່າງປະເທດວັນທີ 31 ຕຸລານີ້ ໃຫ້ຮູ້ວ່າ: ເກີດໄຟໄໝ້ຜະສາດເກົ່າແກ່ ສຸຣິ ອາຍຸ 600 ປີ ມໍລະດົກໂລກຍາວນານກ່ວາ 5 ສະຕະວັດ ບົນເກາະ ໂອກີນາວາ ຂອງຍີ່ປຸ່ນ ຊຶ່ງໄດ້ຮັບເປັນມໍລະໂດກໂລກຈາກ ອົງການອຸຍແນສໂກແຕ່ປີ 2000. ເຈົ້າໜ້າທີ່ກຳລັງສືບສວນຫາສາເຫດໄຟໄໝ້ຄັ້ງນີ້. ຊຶ່ງໄຟໄດ້ລຸກລາມຢ່າງໄວອັນໄດ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ຫ້ອງ ພະອົງ ໄຊເດັນ ຊຶ່ງເປັນອາຄານຫຼັກໃຈກາງຂອງຜະສາດ ສຸຣິ ຈາກນັ້ນແປວໄຟໄດ້ລຸກລາມໄປຍັງຫ້ອງພະອົງດ້ານທິດເໜືອ ແລະ ທິດໃຕ້ ເຈົ້າໜ້າທີ່ຕ້ອງລະດົມກຳລັງມອດໄຟ ແລະ ລົດ ດັບເພີງຫຼາຍກ່ວາ 20 ຄັນເຂົ້າມອດໄຟຄັ້ງນີ້ ຊຶ່ງຖືກໄຟໄໝ້ເສຍຫາຍຢ່າງບໍ່ເຫຼືອຫຍັງເລີຍ ເຈົ້່າໜ້າທີ່ຕ້ອງໃຊ້ເວລາ 7 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄວ້ໄດ້. ເບື້ອງຕົ້ນຍັງບໍ່ທັນມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບຈາກອະຄີໄພ. ກ່ອນໜ້ານີ້ 500 ປີ ຜະສາດ ສຸຣິ ເຄີຍເປັນພະລາດຊະວັງໃນສະໄໝຂອງ ອານາຈັກ ວິວກິວ ໃນລະຫ່ວາງປີ 1429 – 1879.
ຕໍ່ມາໃນສົງຄາມໂລກຄັ້ງທີ II ຜະສາດແຫ່ງນີ້ຖືກທຳລາຍ ໄດ້ຮັບຄວາມເສຍຫາຍຢ່າງໜັກ ກ່ອນທີ່ທາງການຍີ່ປຸ່ນຈະບູລະນະສ້ອມແຊມຄັ້ງໃຫ່ຍ ແລະ ເປີດເປັນສວນສາທາລະນະແຫ່ງຊາດໃຫ້ຄົນທົ່ວໄປເຂົ້າຊົມໄດ້ເມື່ອປີ 1992 ເປັນຕົ້ນມາ.
