ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ

ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ - 2345 1 - ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ
ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ - kitchen vibe - ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ

ຮຽບຮຽງໂດຍ: ລູກເມືອງພວນ

ລັດຖະມົນຕີ ຫງວຽນຫງອກທຽນ ຂອງຫວຽດນາມ ແຈ້ງໃຫ້ຮູ້ວ່າ: ແຕ່ລະປີມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວໃນຫວຽດນາມ​ເພີ່ມ​ຂຶ້ນ 25%/ປີ. ດັ່ງນັ້ນ, ຫວຽດນາມຈຶ່ງຢູ່ໜຶ່ງໃນ 10 ປະເທດທີ່ມີການເຕີບໂຕດ້ານການທ່ອງທ່ຽວສູງທີ່ສຸດໃນໂລກ.

ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ - Visit Laos Visit SALANA BOUTIQUE HOTEL - ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ

ວັນທີ 31 ຕຸລາຜ່ານມານີ້ ເປັນມື້ທີສອງຂອງກອງປະຊຸມຄົ້ນຄ້ວາບັນຫາເສດຖະກິດສັງຄົມ, ງົບປະມານປີ 2019 ແລະ ແຜນການປີ 2020.

​ໃນໂອກາດນີ້ ເມື່ອເວົ້າເຖິງຜົນງານການທ່ອງທ່ຽວໃນໄລຍະຜ່ານມາ ທ່ານ ຫງວຽນຫງອກທຽນ ລັດຖະມົນຕີກະຊວງ ກີລາ ແລະ ທ່ອງທ່ຽວຫວຽດນາມໃຫ້ຮູ້ວ່າ: ນັບແຕ່ປີ 2015 ເຖິງປີ 2018 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາໃນຫວຽດນາມທົບ ສອງເທື່ອ ຈາກ 8 ລ້ານຄົນ ມາເປັນ 15,5 ລ້ານຄົນ.

“ດ້ວຍການເພີ່ມຂຶ້ນຂອງນັກທ່ອງທ່ຽວ 25% ຕໍ່ປີ, ຫວຽດນາມໄດ້ກາຍເປັນໜຶ່ງໃນ 10 ປະເທດທິ່ມີການເຕີບໂຕດ້ານການທ່ອງທ່ຽວສູງສຸດໃນໂລກ, ນັກທ່ອງທ່ຽວພາຍໃນເພີ່ມຂຶ້ນ 1,4 ເທື່ອ, ຈາກ 57 ລ້ານຄົນເປັນ 80 ລ້ານຄົນໃນປີ 2018, ເກັບລາຍຮັບເຂົ້າງົບປະມານໄດ້ 8,4% ຂອງ GDP ” ທ່ານ ທຽນກ່າວ. ແລະ ຕົ້ນປີ 2019 ນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ14,5 ລ້ານເທື່ອຄົນ ເພີ່ມຂຶ້ນ 13% . ໃນຂະນະດຽວກັນ ການທ່ອງທ່ຽວໂລກເພີ່ມຂຶ້ນ 4%, ຂົງເຂດອາຊີຕາເວັນອອກສ່ຽງໃຕ້ເພີ່ມຂຶ້ນ 5 %.

ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ - 2345 - ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ

ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ - 4 - ຂະແໜງການທ່ອງທ່ຽວຫວຽດນາມເຕີບໂຕໃນລະດັບດີທີ່ສຸດຂອງໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!