ອາເຊນອລ ກຳນົດເສັ້ນຕາຍຊີ້ອະນາຄົດ ເອເມຣີ ແລ້ວ


ເດິ ມິເຣີ ສື່ຂອງອັງກິດ ລາຍງານວ່າ: ອາເຊນອລ ຂີດເສັ້ນຕາຍໃຫ້ ອູໄນ ເອເມຣີ ພິກສະຖານະການຂອງທີມ ໃຫ້ໄດ້ພາຍໃນໄລຍະ 1 ເດືອນນີ້ ໂດຍຜູ້ບໍລິຫານຂອງ ອາເຊນອລ ໝາຍຕາ ມິເກລ ອາຣເຕຕ້າ ແລະ ມັສຊິມິເລຍ ໂນ່ ອັລເລກຣີ ເປັນຕົວແທນ ຂອງຜູ້ຈັດການທີມຊາວສະ ເປນນຳອີກ.
ອາເຊນອລ ສະໂມສອນ ດັງແຫ່ງເວທີ ພຣີເມຍລີກ ອັງ ກິດ ຕ້ອງການໃຫ້ ອູໄນ ເອເມ ຣີ ຜູ້ຈັດການທີມຊາວສະເປນ ສ້າງຜົນງານໃຫ້ດີໃນໄລຍະ 1 ເດືອນຕໍ່ຈາກນີ້ ບໍ່ຢ່າງນັ້ນ ລາວກໍສ່ຽງທີ່ຈະຖືກປົດອອກ ຈາກຕຳແໜ່ງ. ຕາມລາຍ ງານຂອງ ເດິ ມິເຣີ ສື່ຊື່ດັງ ຂອງປະເທດອັງກິດ.
ເຖິງວ່າຈະພາທີມໄປ ເຖິງຮອບຊີງຊະນະເລີດຂອງ ຢູຟາ ຢູໂຣປາ ລີກ ໄດ້ນັບແຕ່ ລະດູການກ່ອນ ເຊິ່ງເປັນລະດູ ການທຳອິດຂອງລາວກັບທີມ ແຕ່ທີມຂອງ ເອເມຣີ ພັດສ້າງ ຜົນງານໄດ້ໜ້າຜິດຫວັງໃນ ຊ່ວງຕົ້ນລະດູການນີ້ຈົນເຮັດ ໃຫ້ປັດຈຸບັນທີມຢູ່ອັນດັບ 5 ຂອງຕາຕະລາງຄະແນນ ດ້ວຍຜົນງານ 17 ຄະແນນ ຈາກການລົງຫລິ້ນ 11 ນັດ ຕາມຫລັງ ເຊລຊີ ທີມໃນອັນ ດັບ 4 ເຊິ່ງເປັນໂກຕ້າສຳລັບ ການໄດ້ຫລິ້ນ ຢູຟາ ແຊມ ປ້ຽນ ລີກ 6 ຄະແນນ.
ສຳລັບໂປຣແກຣມທີ່ ໜັກທີ່ສຸດໃນໄລຍະ 1 ເດືອນ ຕໍ່ຈາກນີ້ຂອງ ອາເຊນອລ ຄື ເກມລີກທີ່ຕ້ອງໄປຢາມ ເລສ ເຕີ ຊິຕີ້ ທີມໃນອັນດັບ 3 ວັນທີ 9 ພະຈິກນີ້ ໂດຍໃນຊ່ວງດັ່ງ ກ່າວຍັງມີເກມລີກກັບ ເຊົາ ແຮມຕັນ ວັນທີ 23 ພະຈິກ ແລະ ນໍຣິດ ຊິຕີ້ ວັນທີ 1 ທັນ ວາ ລວມຢູ່ນຳ. ຂະນະດຽວ ກັນກໍມີເກມ ຢູຟາ ຢູໂຣປາ ລີກ ຮອບແບ່ງກຸ່ມກັບ ວິຕໍ ເຣຍ ກິມາໄຣ ວັນທີ 6 ພະຈິກ ກັບ ໄອທຣັກ ແຟຣັງເຟີດ ວັນ ທີ 28 ພະຈິກ ລໍຖ້າຢູ່ເຊັ່ນກັນ.
ທັງນີ້ ສື່ດັ່ງກ່າວລາຍ ງານອີກວ່າ: ມິເກລ ອາຣເຕ ຕ້າ ຜູ້ຊ່ວຍຜູ້ຈັດການທີມ ແມນເຊັສເຕີ ຊິຕີ້ ແລະ ມັສຊິ ມິເລຍໂນ່ ອັລເລກຣີ ຜູ້ຈັດ ການທີມວ່າງວຽກຄົນດັງ ເປັນລຳດັບຕົ້ນໆທີ່ຜູ້ບໍລິຫານ ອາເຊນອລ ເລັ່ງຈະດຶງມາຄຸມ ທີມ ຖ້າພວກເຂົາສັ່ງປົດ ເອເມ ຣີ.