ຍຸກ 4.0 ສ້າງຄົນທັນສະໄໝໄຮ້ຄົນສໍ້ໂກງ
ໂດຍ: ທິດກ່ຳ
ເວົ້າເຖິງການຫັນເປັນອັນທັນສະໄໝພວກເຮົາໄດ້ເວົ້າກັນມາແຕ່ມະຕິ 8 ມະຕິ 9 ຈົນ ມາຮອດມະຕິຄັ້ງທີ 10 ແລະ ອີກບໍ່ພໍເທົ່າໃດປີກໍຈະຮອດມະຕິ 11 ແລ້ວ. ແຕ່ວ່າ ຜ່ານການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເປັນຕົນເປັນໂຕຢ່າງເປັນຮູບປະທຳຂຶ້ນອີ່ຫລີກໍແມ່ນໄລຍະມະຕິ 9 ກັບ 10 ພາຍຫລັງເລັ່ງລັດປັບປຸງລະບົບການສຶກສາຈາກປະລິມານກ້າວສູ່ຄຸນນະພາບເລີ່ມແຕ່ປີ 2015 ເປັນຕົ້ນມາ.
ປັດຈຸບັນ, ເຮົາເຫັນໄດ້ວ່ານະໂຍບາຍການຫັນເປັນອັນທັນສະໄໝໃນການສ້າງຄົນໄດ້ເປັນຮູບປະທຳເປັນຕົນເປັນໂຕຂຶ້ນໃນທຸກຂົງເຂດວຽກງານໂດຍສະເພາະແມ່ນໃນຖັນແຖວການສຶກສາໄດ້ມີການປ່ຽນແປງ ແລະ ພັດທະນາກ້າວໄປຢ່າງໜັກແໜ້ນ. ສິ່ງທີ່ສະແດງອອກໃຫ້ເຫັນຢ່າງຈະແຈ້ງກໍຄືນັກຮຽນນັກສຶກ ສາທີ່ຮຽນຈົບມີວິຊາອາຊີບໄປແລ້ວກໍສາມາດໄປເຊື່ອມໂຍງແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ໃນລະດັບທຽບຖານ.
ປັດຈຸບັນ, ບໍ່ວ່າຊາວໜຸ່ມຍິງ ຫລື ຊາຍ ໄດ້ມີໂອກາດເຂົ້າຮ່ວມງານແຂ່ງຂັນໃນຫລາຍຂະແໜງວິຊາຊີບກໍສາມາດຍາດແຍ່ງເອົາຜົນງານໃນເກນທີ່ດີມາໃຫ້ຕົນເອງ ແລະ ສ້າງຊື່ສຽງມາໃຫ້ປະເທດຊາດດັ່ງພວກເຮົາເຫັນໃນ ແຫລ່ງຂ່າວຄາວຕາມສື່ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
ຂໍຊົມເຊີຍຂະແໜງການສຶກສາກໍຄືສະຖາບັນການສຶກສາທຸກແຫ່ງໃນທົ່ວ ປະເທດບໍ່ວ່າພາກລັດ ແລະ ເອກະຊົນທີ່ໄດ້ອຸທິເຫື່ອແຮງສະຕິປັນຍາເພື່ອພາລະກິດສ້າງສາ ແລະ ພັດທະນາປະເທດຊາດດ້ວຍຄວາມຊື່ສັດ ແລະ ຈົງຮັກ ພັກດີ.ພິເສດສຸດ, ແມ່ນໂຮງຮຽນ, ສະຖາບັນການສຶກສາບາງແຫ່ງທີ່ໄດ້ປະກອບ ສ່ວນສ້າງບຸກຄະລາກອນຢ່າງມີຄຸນນະພາບ ແລະ ເປັນແບບຢ່າງໃຫ້ບັນດາໂຮງຮຽນ ແລະ ສະຖາບັນທັງປວງໃນທົ່ວປະເທດ.
ດັ່ງທີ່ຮູ້ກັນແລ້ວວ່າ, ໃນຊ່ວງໄລຍະປະຫວັດສາດຍຸກນີ້ເປັນຍຸກ 4.0 ໄປແລ້ວການພັດທະນາອຸດສະຫະກຳທີ່ທັນສະໄໝນຳໃຊ້ເຕັກໂນໂລຊີອັນລ້ຳຍຸກເຂົ້າໃນການຜະລິດຂອງໂລກ ແລະ ພາກພື້ນກຳລັງມີການແຂ່ງຂັນກ້າວໄປໜ້າ ຢ່າງບໍ່ຢຸດຢັ້ງ ການຄົ້ນຄວ້າດ້ານວິທະຍາສາດທີ່ທັນສະໄໝກໍນັບມື້ມີການກ້າວ ກະໂດດພັດທະນາໄປຕິກໆ ຖ້າຜູ້ໃດຫາກຍັງມີຫົວເກົ່າ, ແນວຄິດເກົ່າຄອງເດີມ ຈະກ້າວໄປບໍ່ທັນໝູ່ເພາະການພັດທະນາສ້າງສາໃນທຸກຂົງເຂດຕ້ອງໄດ້ອາໄສ ຄົນຜູ້ມີວິຊາຄວາມຮູ້ຄວາມສາມາດ, ມີປັນຍາຫລັກແຫລມທຽມທັນກັບການ ຂະຫຍາຍໂຕຂອງສັງຄົມໄປແຕ່ລະໄລຍະ.
ທຸກຢ່າງໃນການນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດເພື່ອຫລຸດຜ່ອນ ແຮງງານຂອງຄົນນັ້ນນັບມື້ເປັນໄປຢ່າງອັດຕະໂນມັດຍ້ອນວ່າຄວາມຮຽກ ຮ້ອງຕ້ອງການດ້ານຄຸນນະພາບມັນນັບມື້ສູງ, ທັງປະຢັດເວລາ, ປະຢັດຄົນ, ທັງສາມາດຜະລິດວັດຖຸພັນໄດ້ເປັນໝື່ນເປັນແສນລື່ນແຮງງານຄົນຕັ້ງຫລາຍ ເທົ່າ, ນີ້ລະຄືສັດຈະທຳ ແລະ ຄວາມເປັນຈິງທີ່ບົ່ງບອກຍຸກອຸດສະຫະກຳ 4.0.
ໃນເງື່ອນໄຂ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກ ເຮົາຍັງຕົກຢູ່ໃນສະພາບທີ່ທຸກຍາກ ແລະ ດ້ອຍພັດທະນາແກ່ຍາວມາໄດ້ຫລາຍ ສັດຕະວັດດ້ວຍສາເຫດແຕ່ສະໄໝການປົກຄອງໃນລະບອບສັກດີນາບັນດາເຈົ້ານາຍ ທັງຫລາຍບໍ່ສາມາດຄືກັນ, ເກີດການແຍ່ງຊີງອຳນາດອັນເປັນເຫດໃຫ້ສັກດີນາ ຕ່າງຊາດເຂົ້າມາບຸກລຸກຮຸກຮານສຸດທ້າຍກໍກາຍເປັນເມືອງຂຶ້ນຂອງສັກດີນາຕ່າງຊາດ ແລະ ຈັກກະພັດຜູ້ເຂົ້າຮຸກຮານເປັນເວລາຫລາຍຮ້ອຍປີ. ນີ້ຄືສິ່ງທີ່ເຮັດໃຫ້ປະເທດລາວລ້ານຊ້າງຕົກຢູ່ໃນຊາຕາກຳເປັນຂ້ອຍຂ້າ, ທຸກຍາກຂາດເຂີນ ແລະ ດ້ອຍພັດທະນາແກ່ຍາວມາຮອດທຸກວັນນີ້.
ນັບແຕ່ປະເທດຊາດຂອງພວກເຮົາໄດ້ກາຍມາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາແຕ່ປີ 1975 ພັກ ແລະ ລັດຖະບານເຮົາ ໄດ້ສຸມໃສ່ເຮັດທຸກສິ່ງທຸກຢ່າງເພື່ອໃຫ້ປະເທດຊາດໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ.
ເພາະສະນັ້ນ, ຈຶ່ງໄດ້ວາງເປົ້າໝາຍບຸກທະລຸໃນການສ້າງເອົາບຸກຄະລາ ກອນທີ່ມີປັນຍາຄວາມຮູ້, ຄວາມສາມາດ, ມີຄວາມຊື່ສັດບໍລິສຸດ ຕໍ່ປະເທດຊາດບ້ານເມືອງນັ້ນຕ້ອງມາກ່ອນ, ຖ້າບໍ່ດັ່ງນັ້ນ, ກໍຈະນຳພາປະເທດຊາດບໍ່ໄປເຖິງຈຸດທີ່ໝາຍດັ່ງປະຫວັດໃນຍຸກສັກດີນາລ້ານຊ້າງທີ່ເຄີຍມີມາແລ້ວ.
ໃນຍຸກອຸດສະຫະກຳທັນສະໄໝຄົນເປັນຫົວຫອກອັນສຳຄັນໃນການສ້າງສາບ້ານເມືອງ, ມັນຮຽກຮ້ອງຕ້ອງການຄົນມີລະດັບມາດຕະຖານ, ທັງມີຄວາມສັດຊື່ຖືຜົນປະໂຫຍດຂອງຊາດເປັນໃຫຍ່, ກົງກັນຂ້າມຖ້າຫາກຂາດມາດຖານຂອງ ຄົນຍຸກ 4.0 ແລ້ວເຄື່ອງມືທີ່ທັນສະໄໝມັນກໍກາຍເປັນເສດເຫລັກສຸດທ້າຍມາ ການສໍ້ລາດບັງຫລວງມັນກໍຍັງມີຄືເກົ່າຕາມເສົາວ່າ!./.
