ເປັນຫຍັງຕ້ອງນໍາເຂົ້າສິນຄ້າທີ່ເຮົາຜະລິດໄດ້
ພວກເຮົາມັກໄດ້ຍິນຄໍາເວົ້າທີ່ວ່າ “ປະເທດລາວມີເນື້ອທີ່ກວ້າງຂວາງ, ອຸດົມໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ປະຊາຊົນລາວກໍມີມູນເຊື້ອດຸໝັ່ນຂະຫຍັນໃນການຜະລິດ” ຊຶ່ງໃນຕົວຈິງມັນກໍເປັນເຊັ່ນນັ້ນແທ້, ແຕ່ເປັນຫຍັງປະຊາຊົນສ່ວນໃຫຍ່ຍັງດໍາລົງຊີວິດຢູ່ແບບອຶດຢາກ ແລະ ທຸກຍາກຢູ່.
ຜູ້ຂຽນຍົກຄໍາເວົ້ານີ້ຂຶ້ນມາກໍເນື່ອງຈາກວ່າ: ປັດຈຸບັນ, ຢູ່ຕາມທ້ອງຕະຫລາດໃນຕົວເມືອງເຫັນເຕັມແຕ່ພືດຜັກ ແລະ ໝາກໄມ້ ທີ່ນໍາເຂົ້າມາຈາກຕ່າງປະເທດຂາຍເປັນຈໍານວນຫລາຍ ແລະ ສ່ວນຫລາຍແມ່ນຊະນິດພືດພັກທີ່ປະເທດເຮົາສາມາດປູກໄດ້ ເຊັ່ນ: ຜັກຫອມບົ່ວ, ຫອມປ້ອມ, ສະຫລັດ, ກະຫລໍ່າ, ໝາກເຜັດ, ໝາກເຂືອ, ກະທຽມ ແລະ ອື່ນໆ. ເມື່ອພວກເຮົາປູກໄດ້ຄືແນວນັ້ນ, ແຕ່ເປັນຫຍັງຈຶ່ງຕ້ອງນໍາຜັກຈາກປະເທດອື່ນມາຂາຍອີກ.
ຜູ້ຂຽນໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງການນໍາກະຊວງກະສິກໍາ-ປ່າໄມ້ ແລະ ຊາວກະສິກອນຢູ່ເມືອງຫາດຊາຍຟອງນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້, ຈຶ່ງຮູ້ວ່າ: ສາເຫດແມ່ນພວກເຮົາບໍ່ສາມາດຜະລິດໄດ້ພຽງພໍກັບຄວາມຕ້ອງການຂອງຕະຫລາດ ຈຶ່ງຕ້ອງນໍາເຂົ້າຈາກຕ່າງປະເທດ. ຂະນະດຽວກັນ, ພໍ່ຄ້າຄົນກາງທ່ານໜຶ່ງບອກໃຫ້ຮູ້ວ່າ: ຜັກຈາກຕ່າງປະເທດມີສີສັນງາມ, ລາຄາຖືກ, ແຕ່ບໍ່ຮັບປະກັນເລື່ອງຄວາມປອດໄພຈາກສານເຄມີ. ຍ້ອນສາເຫດນີ້ຈຶ່ງມີຊາວກະສິກອນຫລາຍຄົນຢຸດປູກແລ້ວຫັນໄປຊື້ຜັກຈາກຕ່າງປະເທດມາຂາຍແທນ, ເພາະບໍ່ເສຍເຫື່ອແຮງໃນການບົວລະບັດ, ບໍ່ໄດ້ລົງທຶນຊື້ແນວປູກ, ບໍ່ມີຄວາມສ່ຽງຈາກສັດຕູພືດ, ທັງໄດ້ກໍາໄລດີອີກ. ເມື່ອເປັນແບບນີ້ ພວກເຮົາຈະມີວິທີການແກ້ໄຂແນວໃດ?.
ທ່ານ ພວງປາຣີສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ໃຫ້ຮູ້ວ່າ: ສາເຫດໜຶ່ງທີ່ເຮັດໃຫ້ການນໍາເຂົ້າພືດຜັກ, ໝາກໄມ້ ມາຈໍາໜ່າຍຢູ່ປະເທດເຮົານີ້ ຍ້ອນຄຸນນະພາບຂອງສິນຄ້າກະສິກໍາເຮົາຍັງບໍ່ສູງ ແລະ ບໍ່ສະໜອງໃຫ້ສັງຄົມໄດ້ພຽງພໍຕາມຄວາມຕ້ອງການ.
ປັດຈຸບັນ, ການຜະລິດກະສິກໍາຢູ່ປະເທດເຮົາ, ໂດຍລວມເຫັນວ່າເຮັດພໍແຕ່ກຸ້ມກິນເທົ່ານັ້ນ, ແຕ່ຈະຜະລິດໃຫ້ເປັນສິນຄ້ານັ້ນຍັງຕ້ອງໄດ້ປັບປຸງແກ້ໄຂຫລາຍຈຸດ ແລະ ຕ້ອງໄດ້ເຮັດແບບເອົາຈິງເອົາຈັງນັບແຕ່ພາກລັດຈົນຮອດຊາວກະສິກອນ.
ໃນນີ້, ພາກລັດຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້ານະໂຍບາຍເພື່ອຫລຸດຕົ້ນທຶນການຜະລິດ ເຊັ່ນ: ຫລຸດຜ່ອນຄ່າກະແສໄຟຟ້າ, ພາສີອາກອນສໍາລັບກຸ່ມການຜະລິດ, ໃຫ້ທະນາຄານສະໜອງທຶນດອກເບ້ຍຕໍ່າ ແລະ ຊ່ວຍໃຫ້ເຂົ້າເຖິງຕະຫລາດດີຂຶ້ນ, ສະເພາະພະແນກ ຫລື ຫ້ອງການກະສິກໍາຢູ່ແຕ່ລະທ້ອງຖິ່ນຕ້ອງເປັນເຈົ້າການກໍານົດ, ວາງແຜນເຂດການຜະລິດ ແລະ ກຸ່ມການຜະລິດໃຫ້ກວ້າງຂວາງ, ພ້ອມທັງຫັນພະນັກງານວິຊາການລົງໄປຊ່ວຍຊາວກະສິກອນຮູ້ເຮັດການຜະລິດຢ່າງມີປະສິດທິຜົນ, ຊ່ວຍຝຶກອົບຮົມດ້ານວິຊາການ, ສະໜອງຂໍ້ມູນຂ່າວສານດ້ານການຜະລິດ, ການຕະຫລາດ, ກວດກາຢັ້ງຢືນຕາມມາດຕະຖານກະສິກໍາສະອາດ, ພ້ອມທັງອໍານວຍຄວາມສະດວກນັບແຕ່ຂອດຜະລິດຈົນຮອດຂອດຈໍາໜ່າຍ, ສ່ວນຊາວກະສິກອນ ກໍຕ້ອງຮັບພິຊອບການຜະລິດຂອງຕົນໃຫ້ໄດ້ຕາມມາດຕະຖານກະສິກໍາສະອາດ. ສ່ວນຂະແໜງການອຸດສາຫະກໍາ ແລະ ການຄ້າ ກໍຕ້ອງໄດ້ປັບປຸງຕະຫລາດ ຫລື ສູນຈໍາໜ່າຍພືດຜັກ, ໝາກໄມ້ ໃຫ້ມີຄວາມໝັ້ນຄົງຖາວອນ.
ຖ້າເປັນລະບົບແບບນີ້, ກໍຈະຊ່ວຍໃຫ້ການຜະລິດກະສິກໍາເປັນສິນຄ້າຢູ່ປະເທດເຮົາຈະມີຂະບວນການກວ້າງຂວາງ ແລະ ເຂັ້ມແຂງ, ທັງສາມາດຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດລົງໄດ້.