ລັດພວມວາງແຜນປ້ອງກັນ ແລະ ຮັບມືໄພພິບັດ ໃຫ້ດີຂຶ້ນ
ປັດຈຸບັນ ລັດຖະບານພວມສຸມໃສ່ການວາງແຜນ ປ້ອງກັນ ແລະ ຄວບຄຸມໄພພິບັດຕ່າງໆ ໃຫ້ດີຂຶ້ນ, ຊຶ່ງແຜນງານດັ່ງກ່າວໄດ້ມີການປຶກສາຫາລື ກັບຫລາຍພາກສ່ວນທັງພາກພຶ້ນ ແລະ ສາກົນ ຢູ່ ໃນກອງປະຊຸມກະກຽມກອງປະຊຸມໂຕະມົນປະຈຳປີ 2019 ທີ່ຈັດຂຶ້ນໃນວັນທີ 5 ພະຈິກ ນີ້, ຢູ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ປະເທດເພື່ອນມິດເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ບັນຫາໄພພິບັດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ ແຜ່ນດິນໄຫວ, ຄື້ນສຶນາມິ, ລົມພະຍຸ ແລະອື່ນໆໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງ ຕໍ່ພາກພຶື້ນ ແລະ ສາກົນ.ໄພພິບັດດັ່ງກ່າວ ໄດ້ເກີດຂຶ້ນເປັນປະຈໍາ ແລະ ເພີ່ມຄວາມຮຸນແຮງຂື້ນເລື້ອຍໆ, ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນ ກໍຄືສ່ວນລວມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ. ໄພພິບັດ ຍັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ລະບົບນິເວດວິທະຍາ ແລະ ທໍາມະຊາດ-ສິ່ງແວດລ້ອມ;ເປັນອຸປະສັກຂອງການພັດທະນາໃນບັນດາປະເທດທົ່ວໂລກ ແລະໜ້າຕົກໃຈວ່າບັນຫາດັ່ງກ່າວ ຈະເກີດຂື້ນຢ່າງຕໍ່ເນື່ອງ ແລະເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ,ກາຍເປັນໄພຂົ່ມຂູ່ຕໍ່ປະຊາຄົມໂລກໃນປັດຈຸບັນກໍຄືອານາຄົດ.ໄພພິບັດ ຍັງສົ່ງຜົນກະທົບຢ່າງໜັກຕໍ່ກຸ່ມຄົນທີ່ອ່ອນແອ ແລະຜູ້ດ້ອຍໂອກາດໃນສັງຄົມ ເປັນຕົ້ນ; ແມ່ຍິງ, ເດັກນ້ອຍ,ຜູ້ອາຍຸສູງ, ຄົນພິການແລະປະຊາຊົນຜູ້ທຸກຍາກຫ່າງໄກຊອກຫຼີກ.
ສະເພາະຢູ່ ສປປ ລາວ, ໄພພິບັດນັບມື້ມີຄວາມຮຸນແຮງຂື້ນ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍທີ່ສຸດ. ເຫດການໄພພິບັດໃນປີ 2018 ຖືວ່າເປັນຄັ້ງປະຫວັດສາດ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກໄພນໍ້າຖ້ວມ ທັງສາເຫດມາຈາກທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂື້ນເຮັດໃຫ້ປະຊາຊົນຕ້ອງເສຍຊີວິດເປັນຈໍານວນຫຼາຍ, ໂຄງລ່າງພື້ນຖານດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 3 ພັນຕື້ກີບ, ເຊິ່ງມີຄວາມຈຳເປັນຕ້ອງໄດ້ນໍາໃຊ້ງົບປະມານຫຼວງຫຼາຍເຂົ້າໃນການແກ້ໄຂ ທັງໄລຍະສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດ. ເຫດການຜ່ານພົ້ນພໍດີຄົບປີ, ມາໃນປີ 2019 ນີ້, ໃນຊ່ວງໄລຍະການເລັ່ງປະຕິບັດຟື້ນຟູຄືນຫຼັງໄພນໍ້າຖ້ວມປີ 2018, ໃນຊ່ວງໄລຍະເດືອນ ກໍລະກົດ ຫາ ຕົ້ນເດືອນກັນຍານີ້ ກໍ່ໄດ້ເກີດໄພພິບັດຄັ້ງໃຫຍ່ຂື້ນອີກສາເຫດຈາກພາຍຸໄຕ້ຝຸ່ນ ເຂດຮ້ອນ ເຮັດໃຫ້ເກີດນໍ້າຖ້ວມເປັນວົງກວ້າງກວມເອົາ 6 ແຂວງພາກກາງ ແລະພາກໃຕ້ເຮັດໃຫ້ປະຊາຊົນຫຼາຍສິບພັນຄົນຂາດທີ່ຢູ່ອາໃສ ແລະ ຕ້ອງໄດ້ຍົກຍ້າຍໄປບ່ອນທີ່ປອດໄພຊົ່ວຄາວ, ສ້າງຄວາມເສຍຫາຍຕໍ່ພື້ນທີ່ການຜະລິດກະສິກໍາ, ໂຄງລ່າງດ້ານເສັ້ນທາງ, ຂົວ, ໂຮງຮຽນ, ໂຮງໝໍ, ແຫຼ່ງນໍ້າກິນ ນໍ້າໃຊ້, ລະບົບສຸຂະອານາໄມ, ໄຟຟ້າ, ນໍ້າປະປາ, ອື່ນໆ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 1.300 ຕື້ກີບ. ແນ່ນອນວ່າ, ສປປ ລາວ ທີ່ເປັນປະເທດພວມສູ້ຊົນໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ມາຖືກຄຸກຄາມຈາກໄພພິບັດທໍາມະຊາດທີ່ເກີດຢ່າງຮຸນແຮງຂື້ນຊໍ້າແລ້ວຊໍ້າອີກ ຍິ່ງຈະເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ປະຊາຊົນຫຼຸດຜົ້ນອອກຈາກຄວາມທຸກຍາກພົບກັບອຸປະສັກຢ່າງຫຼວງຫຼາຍ.
ທ່ານລັດຖະມົນຕີຍັງຍົກໃຫ້ເຫັນວ່າ: ການຈັດກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍ ສໍາຄັນເປັນຢ່າງຍິ່ງ ຊື່ງພວກເຮົາຈະໄດ້ຮ່ວມກັນນໍາສະເໜີ ແລກປ່ຽນບົດຮຽນ ແລະ ມີຄໍາຄິດຄໍາເຫັນ ຕໍ່ກັບວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຂອບແຜນວຽກການຟື້ນຟູຄືນຫຼັງໄພພິບັດ ຢູ່ ສປປ ລາວ ຊຶ່ງຜົນຂອງກອງປະຊຸມດັ່ງກ່າວກ່າວນີ້ ຈະເປັນພື້ນຖານດ້ານເນື້ອໃນໃຫ້ແກ່ ກອງປະຊຸມໂຕະມົນປະຈໍາປີ 2019 ທີ່ຈະມີຂື້ນໃນທ້າຍເດືອນ ພະຈິກ 2019 ຢູ່ ແຂວງ ຫຼວງພະບາງ, ພ້ອມນີ້ ກໍ່ຈະເປັນຂໍ້ມູນສໍາຄັນ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ແລະ ນໍາເອົາເນື້ອໃນດັ່ງກ່າວ ເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງ ລັດຖະບານ ໄລຍະ 2021 ຫາ 2025.