ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ

ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ - 145 2 - ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ
ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ - kitchen vibe - ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ

ໂດຍ: ທິດກ່ຳ

ໃນສະພາບປັດຈຸບັນ, ປະເທດຊາດຂອງພວກເຮົາພວມຢູ່ໃນເງື່ອນໄຂເລັ່ງລັດພັດທະນາ,   ທິດກ່ຳເຄີຍໄດ້ໄປຮ່ວວມເຮັດບຸນສິນກິນທານມາຫລາຍໝ້ອງ, ຫລາຍທີ່ ແລະ ຫລາຍທ້ອງຖິ່ນບໍ່ວ່າຢູ່ຕົວເມືອງ ແລະ ຊົນນະບົດເຂດຫ່າງໄກສອກຫລີກໄດ້ເຫັນ ແລະ ຍອມຮັບວ່າຄົນລາວເຮົາສະໄໝນີ້ມີຄວາມຈະເລີນທາງດ້ານຈິດໃຈໄປຫລາຍສົມຄວນແລ້ວ.

ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ - Visit Laos Visit SALANA BOUTIQUE HOTEL - ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ

ສິ່ງທີ່ສະແດງອອກໃຫ້ເຫັນຢ່າງປະຈັກຕານັ້ນກໍຄືການບິແບ່ງນ້ຳໃຈອັນບໍລິສຸດຊ່ວຍເຫລືອເກື້ອກູນເຊິ່ງກັນ ແລະ ກັນບໍ່ວ່າຍາມມີໄພພິບັດຂັດສົນ, ຫຍຸ້ງຍາກ ຫລື ຍາມເຮັດບຸນສິນກິນທານຄົນລາວເຮົາໄດ້ຕື່ນຕົວມອບວັດຖຸສິ່ງຂອງເງິນຄຳເພື່ອແບ່ງນ້ຳໃຈດ້ວຍຄວາມບໍລິສຸດໃຫ້ກັນ ແລະ ກັນເຊິ່ງໃນທາງພຸດທະສາດສະໜາເອີ້ນວ່າການໃຫ້ທານດ້ວຍສັດທາ ອັນບໍລິສຸດນັ້ນເອງ.

ທິດກ່ຳ ຂໍຍົກເອົາຕົວຢ່າງອັນໜຶ່ງມາເວົ້າສູ່ກັນຟັງຄືໃນທ້າຍເດືອນຕຸລາຜ່ານມານີ້, ມີມວນຊົນຊາວນະຄອນຫລວງວຽງຈັນຫລາຍໝື່ນຄົນໄດ້ຮ່ວມກັນມີສັດທາຕັກບາດຍາດນ້ຳເນື່ອງໃນໂອກາດກິດຈະກຳທຳມະຍາດຕຣາ 5 ແຜ່ນດິນອັນເປັນການບົ່ງບອກເຖິງການມີສັດທາທຳບຸນດ້ວຍຄວາມຕັ້ງຕໍ່ບໍລິສຸດ, ສະແດງເຖິງພະລັງແຫ່ງນ້ຳໃຈ ຄວາມຮັກ, ຄວາມສາມັກຄີ, ຄວາມເມດຕາກະລຸນາ, ຫັນໜ້າເຂົ້າໃນຫລັກສິນທຳຢ່າງລົ້ນພົ້ນຍັງບໍ່ພຽງແຕ່ເທົ່ານັ້ນ, ຍັງເປັນການສະແດງວິຖີຊີວິດ, ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຄົນລາວເຮົາຕໍ່ຊາວໂລກ.

ນອກຈາກກິດຈະກຳທີ່ໄດ້ກ່າວມານີ້ແລ້ວ, ການເຮັດບຸນສິນກິນທານໃນງານອື່ນໆຕາມຮິດຄອງປະເພນີກໍຍັງໄດ້ເຫັນປະຊາຊົນລາວບັນດາເຜົ່າໄດ້ແຂ່ງກັນໂມທະນາທານສ້າງວັດວາອາຮາມ, ຂຸດນ້ຳບໍ່ກໍ່ສາມາດ, ສ້າງໂຮງໝໍ, ໂຮງຮຽນ ແລະ ສິ່ງສາທາລະນະຢູ່ເຂດຊົນນະບົດຢ່າງຫລວງຫລາຍພາຍມາກບັນດາກິດຈະກຳຕ່າງໆທີ່ໄດ້ແຕກໜໍ່ຈໍ່ແນວຂຶ້ນນັ້ນ, ເບິ່ງພາບລວມແລ້ວ, ແມ່ນພາຍໃຕ້ອຳນາດການ ປົກຄອງທ້ອງຖິ່ນ, ອົງຄະນະພັກ, ເຖົ້າແກ່ແນວໂຮມຕະຫລອດຮອດພະສົງອົງຄະເຈົ້າໄດ້ນຳພາເຮັດນຳພາສ້າງຢ່າງເປັນຂະບວນຕັ້ງຕໍ່.

ຜ່ານການເຄື່ອນໄຫວສ້າງສາພັດທະນາຄືດັ່ງກ່າວນີ້, ໄດ້ເຮັດໃຫ້ວັດວາອາຮາມຮຸ່ງເຮືອງເຫລືອງເຫລື້ອມບ້ານເມືອງກໍມີໃບໜ້າອັນໃໝ່, ມີການປ່ຽນແປງຈາກເຮືອນມຸງຫຍ້າຝາ ໄມ້ໄມ້ເຮ້ຍໃນສະໄໝກ່ອນກາຍມາເປັນເຮືອນກໍ່ດ້ວຍດິນຈີ່ຊີເມັນ, ເປັນຕຶກຫ້າງຮ້ານທີ່ໄດ້ມາດຕະຖານຄືດັ່ງບັນດາທ່ານ, ບັນດາສະຫາຍເພື່ອນມິດ ທັງຫລາຍໄດ້ເຫັນ ແລະ ບາງທ່ານກໍໄດ້ຂຶ້ນເໜືອລ່ອງໃຕ້ໄປທົ່ວເຂດແຄວ້ນດິນແດນ ລາວເຫັນການສ້າງສາ ພັດທະນາຢູ່ບ້ານເຮົາດຽວນີ້ພວມກ້າວໄປ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ສິ່ງທີ່ກ່າວມາທັງໝົດນີ້ເອີ້ນວ່າຄຸນນະພາບຊີວິດຂອງປະຊາຊົນລາວພວມປະສົບພົບພໍ້ປັດໄຈອັນໃໝ່, ໃນຍຸກໃໝ່, ສະໄໝລາວຈະເລີນ.

ເມື່ອຕັ້ງໂຈດກັນວ່າ, ໝາກຜົນທີ່ໄດ້ຮັບແບບລວມຍອດນີ້ແມ່ນໄດ້ມາຍ້ອນຫຍັງ? ຕາມທິດກ່ຳວ່າມັນໄດ້ມາຍ້ອນການພັດທະນາທາງດ້ານຈິດໃຈບົນພື້ນຖານການສຶກ ສາອົບຮົມບົ່ມເພາະຈາກສິນທຳ, ຈາກຜູ້ນຳພາປົກຄອງບ້ານເມືອງໃນຍຸກການປ່ຽນແປງໃໝ່, ລະບອບການປົກຄອງໃໝ່ດັ່ງພື້ນແຜ່ນຕຳນານໄດ້ກ່າວຂານເອົາໄວ້ວ່າຍຸກມ້າປົ່ງເຂົາເສົາອອກດອກ, ຍຸກຫູທິບຕາທິບ, ຕົກເຖິງບັ້ນທ້າວລີ້ນກ່ານຝາຕີນແດງມາປົກຄອງບ້ານເມືອງນັ້ນກໍຄືຍຸກການນຳພາຂອງພັກ ແລະ ລັດຖະບານພາຍໃຕ້ລະບອບໃໝ່ສັງຄົມນິຍົມອັນເປັນເສັ້ນທາງເດີນແຫ່ງຍຸກສະໄໝຂອງປວງປະຊາຊົນລາວ ທົ່ວທັງປະເທດ.

ຈາກໝາກຜົນອັນລວມຍອດນີ້, ມັນກໍເລີຍເປັນສັດທາແຫ່ງນ້ຳໃຈຂອງ ຄົນລາທົ່ວທັງຊາດກາຍເປັນເອກກະລັກທາງດ້ານວັດທະນະທຳອັນງາມຂອງຊາດ ສົມທົບກັບການເຊື່ອຖືໃນຫລັກສິນທຳປະຈຳໃຈ.

ແນວໃດກໍຕາມ, ໃນປັດຈຸບັນພວກເຮົາກໍຍັງມີອຸປະສັກຫລາຍດ້ານ ທີ່ຈະຕ້ອງພ້ອມກັນສູ່ຊົນຜ່ານຜ່າແກ້ໄຂທັງນອກຕົວ ແລະ ໃນຕົວເຊັ່ນ: ບັນຫາໄພທຳມະຊາດມາຂົ່ມຂູ່, ສະພາບການປ່ຽນແປງຂອງດິນຟ້າອາກາດ, ບັນຫາຢາເສບຕິດ.

ການສໍ້ລາດບັງຫລວງ, ແນວຄິດໃນຕົວ, ນອກຕົວ, ເຫັນແຕ່ຜົນປະໂຫຍດຂອງ ຕົນເອງ ບໍ່ເຫັນຜົນປະລວມຂອງຊາດ ແລະ ຂອງປະຊາຊົນຕາມເຮົາວ່າ, ເມື່ອໃດຫາກ ບັນດາໄພພິ ບັດເຫລົ່ານີ້ເຂົ້າມາຄຸກຄາມແນວຄິດຈິດໃຈຂອງຄົນເຮົາມັນຈະເຮັດໃຫ້ຄົນລາວທັງຫລາຍ   ເຊື່ອມສັດທາທາງດ້ານຈິດໃຈບໍ່ຫລາຍກໍ່ໜ້ອຍ./.

ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ - 3 - ຈາກສັດທາກາຍມາເປັນການພັດທະນາດ້ານຈິດໃຈ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!