ສ້າງຫ້ອງຮຽນ ຈາກເສດເຫຼືອຂີ້ເຫຍື້ອ
November 9, 2019 - 11:05 AM
ຮຽບຮຽງໂດຍ: ລູກເມືອງພວນ
ພາບຈາກ: UNICEF
VTV.vn ວັນທີ 7 ພະຈິກໃຫ້ຮູ້ວ່າ: ຫ່ວາງມໍ່ໆມານີ້ ມີໂຄງການໜຶ່ງເກີດຂຶ້ນ ສຸດທີ່ມີຄວາມໝາຍສຳຄັນ ໂດຍຫັນເອົາເສດເຫຼືອຂີ້ເຫຍື້ອ ປລາສຕິກ ກາຍມາເປັນວັດສະດຸກໍ່ສ້າງຫ້ອງຮຽນຢູ່ Côte d’Ivoire.
ໂຄງການນີ້ເປັນໂຄງການທຳອິດທີ່ ກອງທຶນເຍົາວະຊົນສະຫະປະຊາຊາດ(UNICEF) ຈັດຕັ້ງປະຕິບັດຢູ່ທີ່ Côte d’Ivoire. ກ້ອນດິນຈີ່ ຖືກຜະລິດອອກຈາກເສດເຫຼືອຂີ້ເຫຍື້ອ ປລາສຕິກ ເພື່ອເອົາມາສ້າງຫ້ອງຮຽນໃໝ່ ປ່ຽນແທນຫ້ອງຮຽນເກົ່າທີ່ຖືກພາຍຸພັດໄປ.
ຫ້ອງຮຽນທີ່ສ້າງດ້ວຍເສດຂີ້ເຫຍື້ອ ຮັບປະກັນດ້ານຄວາມປອດໄພ, ຕ້ານນໍ້າ, ຕ້ານໄໝ້ໄດ້ ຊໍ້າບໍ່ໜຳຍັງໝັ້ນໜຽວກວ່າວັດສະດຸທຳມະດາອີກຊໍ້າ.
ຄາດວ່າ ຢູນີເຊັບ ຈະສ້າງຫ້ອງຮຽນແບບນີ້ ໃຫ້ເດັກຢູ່ Côte d’Ivoire ໃຫ້ໄດ້ 25.000 ຫຼັງ.