ສານສັ່ງ ທຣຳ ຈ່າຍ 2 ລ້ານໂດລາຢຸດຕິຄະດີມູນນິທິເພື່ອປະໂຫຍດການເມືອງ


ນາງ ເລຕິເຕຍ ເຈມ ໄອຍະການລັດນິວຢ໋ອກ ກ່າວພາຍຫລັງຮູ້ຄຳຕັດສິນກໍລະນີຍື່ນຟ້ອງມູນນິທິທຣຳດຳເນີນການຢ່າງຜິດກົດໝາຍວ່າ: ເປັນໄຊຊະນະຄັ້ງໃຫຍ່ຂອງຄວາມພະຍາຍາມປົກປ້ອງຊັບສິນຂອງມູນນິທິ ແລະ ລົງໂທດຜູ້ນຳເງິນຂອງມູນນິທິໄປໃຊ້ປະໂຫຍດສ່ວນຕົວ.
ທັງນີ້ ນາງ ເຈມ ໄດ້ຟ້ອງຮ້ອງປະທານາທິບໍດີ ທຣຳ ເພື່ອຮຽກເງິນໃຊ້ແທນ ແລະ ເງິນຄ່າປັບຫລາຍຮ້ອຍລ້ານໂດລາ, ເຖິງວ່າໃນເດືອນທັນວາປີຜ່ານມາ ທຣຳ ຍອມປິດມູນນິທິ ແຕ່ຄະດີຄວາມຍັງເດີນໜ້າຕໍ່ໄປ.
ໃນຄຳຟ້ອງລະບຸວ່າ: ທ່ານ ທຣຳ ໃຊ້ເງິນຂອງມູນນິທິຢຸດຕິຄະດີຕ່າງໆ, ປະຊາສຳພັນໂຮງແຮມໃນເຄືອ ແລະ ນຳໄປໃຊ້ຈ່າຍສ່ວນຕົວເຊັ່ນ: ຊື້ຮູບແຕ້ມຕົນເອງໄປໂຊຢູ່ສະໜາມກ໊ອຟ. ນອກຈາກນີ້ ຍັງຈັດງານທີ່ອ້າງວ່າເປັນການລະດົມທຶນຂອງມູນນິທິໃນຕົ້ນປີ 2015 ແຕ່ຄວາມຈິງແລ້ວເປັນງານລະດົມທຶນຫາສຽງເລືອກຕັ້ງໃນປີນັ້ນ.
ສ່ວນປະທານາທິບໍດີ ທຣຳ ກ່າວຫານາງ ເຈມ ເຊິ່ງສັງກັດພັກເດໂມແຄຣດວ່າ: ບິດເບືອນການຢຸດຕິຄະດີໄປໃຊ້ເພື່ອວັດຖຸປະສົງທາງການເມືອງ ແລະ ຂັດແຍ່ງວ່າ: ການຢຸດຕິຄະດີບໍ່ແມ່ນເງິນຄ່າເສຍຫາຍ ແຕ່ເປັນເງິນບໍລິຈາກໃຫ້ມູນນິທິຕ່າງໆ ພ້ອມເນັ້ນວ່າ: ເງິນທີ່ມູນນິທິທຣຳລະດົມໄດ້ 19 ລ້ານໂດລາ ຖືກນຳໄປໃຊ້ໃນງານການກຸສົນໂດຍບໍ່ມີການຫັກຄ່າໃຊ້ຈ່າຍ.
ເຖິງຢ່າງໃດກໍຕາມ, ຄະດີນີ້ເປັນຄະດີທີ 3 ແລ້ວໃນອາທິດຜ່ານມາຂອງປະທານາທິບໍດີ ທຣຳ ຫລັງຈາກຖືກສານອຸທອນມີຄຳສັ່ງໃນວັນທີ 4 ພະຈິກ ໃຫ້ເປີດເຜີຍຂໍ້ມູນການຍື່ນເສຍພາສີເປັນໄລຍະເວລາ 8 ປີ ຕາມທີ່ທ່ານຮັບປາກຊ່ວງຫາສຽງເລືອກຕັ້ງ.