​ເຕັກນິກ​ການ​ປູກ​ຫຍ້າ​ກີ​ນີສີ​ມ່ວງ​​​ເພື່ອ​ເປັນ​ອາຫານ​ສັດ

-                       - ​ເຕັກນິກ​ການ​ປູກ​ຫຍ້າ​ກີ​ນີສີ​ມ່ວງ​​​ເພື່ອ​ເປັນ​ອາຫານ​ສັດ
- kitchen vibe - ​ເຕັກນິກ​ການ​ປູກ​ຫຍ້າ​ກີ​ນີສີ​ມ່ວງ​​​ເພື່ອ​ເປັນ​ອາຫານ​ສັດ

 ຮຽບຮຽງ​ໂດຍ: ນິພາ​ພັນ ກຸສົນ​ສະຫວັດ.

ຫຍ້າ​ກີ​ນີສີມ່ວງ ​ເປັນ​ຫຍ້າ​ທີ່​ມີອາຍຸ​ຫລາຍ​ປີ​ມີ​ລັກສະນະ​ລຳຕົ້ນ​ເປັນ​ກໍ​ຕັ້ງຊື່, ​ແຕກ​ກໍ​ດີ​ໃບ​ດົກ, ທົນ​ທານ​ຕໍ່​ສະພາບ​ຮົ່ມ ​ເງົາ​ໄດ້​ດີ​ຈະ​ເລີ​ນ​ເຕີບ​​ໂຕ​ໃນ​ພື້ນທີ່​ສູງ, ດິນ​ໜຽວ ​ແລະ ດິນຊາຍ​ມີ​ການ​ຕອບ​ສະໜອງ​ຕໍ່​ການ​ໃຫ້​ນ້ຳ ​ແລະ ຝຸ່ນ​ໄວ, ສາມາດ​ປູກ ຂະຫຍາຍ​ພັນ​ດ້ວຍ​ເມັດ ​ແລະ ​ເຫງົ້າ ​ເໝາະ​ສຳລັບ​ປູກ​ລ້ຽງສັດ​ແບບ​ຕັດ​ໃຫ້​ກິນ.

- Visit Laos Visit SALANA BOUTIQUE HOTEL - ​ເຕັກນິກ​ການ​ປູກ​ຫຍ້າ​ກີ​ນີສີ​ມ່ວງ​​​ເພື່ອ​ເປັນ​ອາຫານ​ສັດ
  • ລະດູ​ການ​ປູກ.

ຫຍ້າ​ກີ​ນີສີມ່ວງສາມາດ​ປູກ​ໃນຕົ້ນລະ​ຝົນ​ຊ່ວງ​ທີ່​ເໝາະ​ສົມ​ທີ່​ສຸດ​ກໍ​ຄື: ຊ່ວງ​ໄລຍະ​ເດືອນ​ພຶດສະພາ ຫາ ​ເດືອນ ກໍລະກົດ ​ເຊິ່ງ​ເປັນ​ຊ່ວງ​ທີ່​ດິນ​ຍັງ​ມີ​ຄວາມ​ອົບ​ອຸ່ນ​ເໝາະ​ສົມ​ຕໍ່​ການ​ແຕກ​ງອກ​ຂອງ​ເມັດ ​​ແລະ ການ​ຂະຫຍາຍຕົວ ຂອງ​ຮາກ​ຫຍ້າ.

  • ຂັ້ນຕອນ​ໃນ​ການ​ກະກຽມ​ດິນ.

ການ​ເລີ່​ມ​ໄຖ​ບຸກ​ເບີກ​ໜ້າດິນ ​ເມື່ອ​ມີ​ຝົນຕົກ​ໃນ​ໄລຍະ​ຊ່ວງ​ການ​ເດືອນ ​ເມສາ​ເພື່ອ​ປີ້ນໜ້າດິນ​ກຳຈັດ​ວັດ​ສະ​ພືດ​ທີ່ ປົກ​ຄຸມ​ດິນ, ຕາກ​ດິນ​ປະ​ໄວ້​ປະມານ 3-4 ອາທິດ​. ຫລັງ​ຈາກ​ນັ້ນ, ​ໃຫ້​ໄຖ​ພວນ​ດິນ ​ເທື່ອ​ທີ 2-3 ​ເພື່ອ​ທຳລາຍ ວັດ​ສະ​ພືດ​ທີ່​ຂຶ້ນ​ໃໝ່ (​ເຮັດ​ໃຫ້​ດິນ​ມຸ່ນ​ລະອຽດ) ພ້ອມ​ທັງ​ປັບ​ສະພາບ​ດິນ​ໃຫ້​ຮາບ​ພຽງ​ດີ ​ແລະ ​ເກັບ​ເສດ​ວັດ​ສະ ພືດ​ອອກ​ຈາກ​ພື້ນທີ່​ເພື່ອ​ກຽມ​ປູກ.

  • ວິທີ​ການ​ປູກ.

​ເມັດ​ຫຍ້າ​ກີ​ນີ ​ເປັນ​​ເມັດ​ຫຍ້າ​ທີ່​ມີ​ກິ່ນ​ຫອມ ​ເຊິ່ງສາມາດ​ດຶງ​ດູດ​ພວກ​ມົດ ​ແລະ ​ແມງ​ໄມ້​ໄດ້​ຫລາຍ​ທີ່​ສຸດ.

ດັ່ງນັ້ນ, ການ​ປູກ​ດ້ວຍ​ເມັດ​ໂດຍ​ກົງ​ອາດ​ຈະ​ບໍ່​ໄດ້​ຮັບ​ຜົນ​ເທົ່າ​ທີ່​ຄວນ, ວິທີ​ໃນ​ການ​ປູກ​ນີ້​ຂໍ​ແນະນຳ​ໃຫ້​ປູກ ​ໂດຍ​ໃຊ້​ຕົ້ນກ້າ.

  • ການ​ກ້າ​ເມັດ.

ນຳ​ໃຊ້​ເມັດ​ພັນ 0,5 ກິ​ໂລ ​ແຊ່​ນ້ຳຢາ​ຍ້ອມ​ມຸ້ງ​ປະ​ໄວ້​ປະມານ 1 ຄືນ ​ແລ້ວ​ນຳ​ໄປ​ຫວ່ານ​ໃນ​ໜານ​ກ້າ​ທີ່​ກຽມ​ໄວ້ ​ໃນ​ເນື້ອທີ 100 ມ2 ​ໃຫ້​ທົ່ວ​ຢ່າງ​ສະ​ໝ່ຳສະ​ເໜີ​ໂຮຍ​ທັບ​ດ້ວຍ​ຝຸ່ນ​ຄອກ (ດີ​ແທ້​ໃຫ້​ນຳ​ໃຊ້​ຝຸ່ນ​ຂີ້ໝູ) ປົກໜາ​ປະ ມານ 0,5 ຊມ. ພ້ອມ​ທັງ​ຫົດ​ນ້ຳໝາກກ້າ​ໃຫ້​ມີ​ຄວາມ​ຊຸ່ມ​ຊື່ນ​ຢ່າງ​ສະ​ໝ່ຳສະ​ເໜີ ​ເມື່ອ​ຕົ້ນກ້າ​ມີ​ອາຍຸ​ປະມານ 1 ​ເດືອນ ກໍ​ສາມາດ​ຍ້າຍ​ໄປ​ປູກ​ໄດ້​ໃນ​ເນື້ອທີ 1 ​ໄລ່.

3. ຕົ້ນ ​ແລະ ຄວນ​ປູກ​ໃນ​ຂະນະ​ທີ່​ດິນ​ມີ​ຄວາມ​ຊຸ່ມ​ຊື່ນ​ເໝາະ​ສົມ​ໃນ​ການ​ປູກ.

* ຫຍ້າ​ກີ​ນີສີມ່ວງ ຍັງ​ສາມາດ​ປູກ​ກປະສົມ​ປະສານ​ກັບ​ພືດ​ອື່ນໆ ​ໄດ້​ອີກ​ເຊັ່ນ: ປູກ​ໃນ​ສວນ​ຢາງພາລາ ​ແລະ ປູກ​ໃນ​ສວນ​ໄມ້​ໃຫ້​ໝາກ​ອື່ນໆ.

* ວິທີ​ການ​ໃສ່​ຝຸ່ນ:

ກ່ອນ​ການ​ປູກ​ຄວນ​ໃສ່​ຝຸ່ນ​ຮອງ​ພື້ນ ສູດ 15-15 -15 ອັດຕາ​ສ່ວນ 50 ກິ​ໂລ/​ໄລ່ ອາດ​ຈະ​ໃສ່​ຝຸ່ນ​ຄອກ​ຕື່ມ​ອີກ ​ເພື່ອ​ເພີ່ມ​ອິນ​ຊີ​ວັດຖຸ​ໃນ​ດິນ ​ແລະ ​ໃສ່​ປຸ໋ຍຢູ​ເຣຍ (ສູດ 46-0-0 ) ອັດຕາ​ສ່ວນ 10 ກິ​ໂລ/​ໄລ່. ພາຍຫລັງ​ຈາກ ການ​ຕັດ​ຫຍ້າ​ທຸກ​ເທື່ອ ​ໂດຍ​​ໂຮຍ​ໃສ່​ຕາມ​ເຫງົ້າຫຍ້າ​ທີ່​ຕັດ​ເທົ່າ​ນັ້ນ. ​ໃນ​ປີ​ຕໍ່ໆ​ໄປ​ໃຫ້​ໃສ່​ປຸ໋ຍສູດ 15-15-15 ​ໃນ​ຊ່ວງ​ຕົ້ນລະດູຝົນ.

  • ການ​ກຳຈັດ ວັດ​ສະ​ພືດ.

 ຄວນ​ກຳຈັດ​ວັດ​ສະ​ພືດ​ເທື່ອ​ທຳ​ອິດ​ຫລັງ​ຈາກ​ການ​ປູກ​ຫຍ້າ​ແລ້ວ 3-4 ອາທິດ ​ແລະ ກຳຈັດ​ວັດ​ສະ​ພືດ​ຕື່ມ​ອີກ​ໃນ​ເທື່ອ​ຕໍ່ໆ​ໄປ​ເທ່ົາ​ທີ່​ຈຳ​ເປັນ.

  • ການ​ໃຫ້​ນ້ຳ

ຫຍ້າ​ກີ​ນີ​ເປັນ​ຫຍ້າ​ທີ່​ຕອບ​ສະໜອງ​ຕໍ່​ການ​ໃຫ້​ນ້ຳ ​ແລະ ປຸ໋ຍ​ໄດ້​ດີ​ດັ່ງນັ້ນ, ​ໃນ​ຊ່ວງ​ລະດູ​ແລ້ງ ຫລື ລະດູຝົນ  ທີ່​ຝົນ​ຂາດ​ຊ່ວງ​​ເປັນ​ເວລາ​ດົນ​ນານ​ຄວນ​ມີ​ການ​ຫົດ​ນ້ຳ​ໃຫ້​ແກ່​ຫຍ້າ​ກີ​ນີ​ໂດຍ​ນຳ​ໃຊ້​ລະບົບ​ຝົນຝອຍ​ໃນ​ທຸກໆ 3-5   ມື້ຫຍ້າ​ຈະ​ຂຽວງາມ ​ແລະ ​ໃຫ້​ຜົນ​ຜະລິດ​ຕະຫລອດ​ປີ.

  • ການ​ນຳ​ໃຊ້​ປະ​ໂຫຍ​ດຂອງ ຫຍ້າ​ກີ​ນີ.

ການ​ປູກ​ຫຍ້າ​ກີ​ນີ​ໃຫ້​ສັດ​ກິນ ​ເລີ່​ມຕັດ​ເທື່ອ​ທຳ​ອິດ ​ເມື່ອ​ຫຍ້າ​ມີ​ອາຍຸ​ປະມານ 40-45 ວັນ ຫລັງ​ຈາກ​ການ​ປູກ ​ແລະ ຕັດ​ເທື່ອ​ຕໍ່​ໄປ​ທຸກໆ 30-35 ວັນ ​ໂດຍ​ຕັດ​ສູງ​ຈາກ​ໜ້າດິນ​ປະມານ 10 ຊມ. ຖ້າ​ໃນ​ພື້ນທີ່​ທີ່​ອາ​ໄສ​ນ້ຳຝົນ​ຢ່າງ​ດຽວ​ຈະ​ໃຫ້​ຜົນ​ຜະລິດ​ນ້ຳໜັກ​ຫຍ້າ​ສົດ​ປະມານ 8-10 ​ໂຕນ/​ໄລ່/ປີ ​ແລະ ຖ້າ​ຫາກ​ປູກ​ຫຍ້າ​ກີ​ນີ​ໃນ​ເຂດ​ລະ ບົບນ້ຳຊົນລະປະທານ​ທີ່​ສາມາດ​ໃຫ້​ນ້ຳ​ໄດ້​ຕະຫລອດ​ປີ​ຈະ​ໃຫ້​ຜົນ​ຜະລິດ​ຫຍ້າ​ສົດ​ປະມານ 12-14 ​ໂຕນ/​ໄລ່/ປີ./.

- 3 - ​ເຕັກນິກ​ການ​ປູກ​ຫຍ້າ​ກີ​ນີສີ​ມ່ວງ​​​ເພື່ອ​ເປັນ​ອາຫານ​ສັດ
- 4 - ​ເຕັກນິກ​ການ​ປູກ​ຫຍ້າ​ກີ​ນີສີ​ມ່ວງ​​​ເພື່ອ​ເປັນ​ອາຫານ​ສັດ
- 5 - ​ເຕັກນິກ​ການ​ປູກ​ຫຍ້າ​ກີ​ນີສີ​ມ່ວງ​​​ເພື່ອ​ເປັນ​ອາຫານ​ສັດ