ເກີດເຫດໂຈນຂຶ້ນເຮືອນປະຊາຊົນ ບ້ານຫ້ວຍຫົງ
November 12, 2019 - 12:04 PM
ຕາມການລາຍງານເບື້ອງຕົ້ນຂອງເຈົ້າໜ້າທີ່ກອງບັນຊາການເມືອງຈັນທະບູລີ ໃຫ້ຮູ້ວ່າ: ໃນເວລາປະມານ 5:00 ຂອງວັນທີ 12 ຕຸລານີ້, ໄດ້ເກີດເຫດໂຈນຂຶ້ນເຮືອນຂອງປະຊາຊົນ (ເປັນເຮືອນວິລາ 2 ຊັ້ນ) ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ເຊິ່ງໂຈນໄດ້ປີນໄປເທິງຫລັງຄາແລ້ວທຸບປ່ອງຢ້ຽມທີ່ເປັນແກ້ວເຂົ້າໄປ, ແຕ່ມີຄົນມາເຫັນກ່ອນຈຶ່ງໄດ້ແຈ້ງເຈົ້າໜ້າທີ່ ປກສ ແລະ ສາມາດຈັບຕົວໃນເວລາຕໍ່ມາ.
ສ່ວນສາເຫດຄັ້ງນີ້, ເຈົ້າໜ້າທີ່ພວມສືບສວນ-ສອບສວນດຳເນີນຄະດີຜູ້ຖືກຫາຕາມລະບຽບກົດໝາຍ. ແຕ່ແນວໃດປະການນີ້ກໍເປັນອຸທາຫອນໃຫ້ພວກເຮົາມີສະຕິໃນການປົກປັກຮັກສາຊັບສິນ, ເຮືອນຊານຂອງຕົນໃຫ້ດີ, ເພື່ອບໍ່ຕົກເປັນເຫຍື່ອຂອງໂຈນຮ້າຍດັ່ງກ່າວ.
(ຂໍ້ມູນພາບຈາກ: Vtl kham)