ນັກລົງທຶນຕ່າງປະເທດສະເໜີລັດຖະບານ ລາວເລັ່ງປັບປຸງບັນຍາກາດດຶງດູດການລົງທຶນໃຫ້ຫລາຍຂຶ້ນ
ທ່ານ ຣູຟັດ ປິນໂຕ ປະທານສະພາການຄ້າອົດສະຕາລີປະຈໍາລາວ, ທັງເປັນຜູ້ຕາງໜ້າສະພາການຄ້າຕ່າງປະເທດປະຈໍາລາວ, ໄດ້ມີຄໍາເຫັນຢູ່ກອງປະຊຸມທຸລະກິດລາວຄັ້ງທີ 12 ໂດຍໄດ້ສະເໜີໃຫ້ລັດຖະບານລາວເລັ່ງປັບປຸງຫລາຍບັນຫາເພື່ອແນໃສ່ສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກຂອງການລົງທຶນໃຫ້ສະດວກກວ່າເກົ່າ, ຫລັງຈາກເຫັນວ່າຜ່ານມາຍັງມີຫລາຍບັນຫາເປັນສິ່ງກົດໜ່ວງຕໍ່ການດຶງດູດການລົງທຶນ.
ທ່ານ ຣູຟັດ ກ່າວວ່າ: ການລົງທຶນຢູ່ຕ່າງປະເທດ ແມ່ນການເພີ່ມຄວາມຫລາກຫລາຍ ແລະ ສ້າງຄວາມເຕີບໃຫຍ່ໃຫ້ທຸລະກິດຂອງນັກລົງທຶນເອງ ແລະ ຈຸດສໍາຄັນທີ່ເຮັດໃຫ້ນັກລົງທຶນຫລາຍປະເທດສົນໃຈເຂົ້າມາລົງໃນ ສປປ ລາວ ມີຄື: ທີ່ຕັ້ງພູມິປະເທດເປັນລັກສະນະຍຸດທະສາດ, ລັດຖະບານມີສະຖຽນລະພາບ, ລັດມິີຈຸດສຸມພັດທະນາການລົງທຶນທີ່ຊັດເຈນ ແລະ ເປີດກວ້າງ, ມີກໍາລັງແຮງງານໜຸ່ມ ແລະ ມີແຫລ່ງວັດຖຸດີບຫລາຍ.
ພ້ອມນັ້ນລັດຖະບານໄດ້ກໍານົດບັນດາຂະແໜງການສໍາຄັນທີ່ແຕກຕ່າງຈາກປະເທດໃກ້ຄຽງ ເຊັ່ນ: ພະລັງງານ-ບໍ່ແຮ່, ທ່ອງທ່ຽວ, ກະສິກໍາ ແລະ ບໍລິການ ເພື່ອດຶງດູດການລົງທຶນຂອງຕ່າງປະເທດ, ຊຶ່ງເຫັນວ່າເປັນການກໍານົດທີ່ຖືກເປົ້າໝາຍຂອງນັກລົງທຶນ ແລະ ຈະສາມາດດຶງດູດການລົງທຶນຈາກພາກພື້ນໃຫ້ມາລົງທຶນໃນ ສປປ ລາວ ໄດ້ດີຂຶ້ນໃນອານາຄົດ. ແຕ່ແນວໃດກໍຕາມ, ສປປ ລາວ ຍັງມີສິ່ງທ້າທາຍຫລາຍດ້ານສໍາລັບນັກລົງທຶນ ຄື: ຄວາມບໍ່ແນ່ນອນຈາກການປະຕິບັດດ້ານນະໂຍບາຍຂອງພາກລັດ, ລະບົບການເສຍພາສີ-ອາກອນບໍ່ເອກະພາບ ແລະ ບໍ່ໂປ່ງໃສ, ພື້ນຖານໂຄ່ງລາງຍັງບໍ່ສະດວກ, ກໍາລັງແຮງງານສ່ວນຫລາຍຂາດສີມື ແລະ ຄວາມບໍ່ສະດວກຂອງຂັ້ນຕອນຂໍອະນຸຍາດລົງທຶນ.
ທ່ານຜູ້ຕາງໜ້າສະພາການຄ້າຕ່າງປະເທດປະຈໍາລາວ ຍົກໃຫ້ເຫັນວ່າ: ການເລີ່ມເຮັດທຸລະກິດຢູ່ ສປປ ລາວ ແມ່ນຈະໃຊ້ເວລາປະມານ 173 ມື້, ສົມທຽບໃສ່ປະເທດອື່ນໆໃນພາກພື້ນແມ່ນໃຊ້ເວລາພຽງແຕ່ 25 ມື້. ນອກນີ້ຂະບວນການຂັ້ນຕອນຂອງການເຮັດທຸລະກິດແມ່ນມີເອກະສານຫລາຍລາຍການ ແລະ ຕ້ອງໄດ້ເຊັນອະນຸມັດຈາກຫລາຍຂະແໜງອີກ. ສິງກະໂປ ໄດ້ເປັນແບບຢ່າງຂອງຄວາມສໍາເລັດຂອງການເລີ່ມເຮັດທຸລະກິດທີ່ດີ ຄື: ລົງທະບຽນຄໍາຮ້ອງຂໍເຮັດທຸລະກິດທາງອອນລາຍແບບອັດຕະໂນມັດ, ເອົາຂະແໜງການກ່ຽວຂ້ອງ ຕ່າງໆຂອງພາກລັດ ແລະ ຂະບວນການທັງໝົດມາຢູ່ນໍາກັນ ເພື່ອຄວາມສະດວກໃນການອະນຸມັດການລົງທຶນໃຫ້ໄວ, ເຮັດແບບນີ້ແມ່ນສາມາດຫລຸດຜ່ອນຈໍານວນມື້ ແລະ ຂັ້ນຕອນຕ່າງໆ ເພື່ອໃຫ້ເລີ່ມຕົ້ນເຮັດທຸລະກິດໄດ້ໄວຂຶ້ນ.