ຣີລ ມາດຣິດ ເລັ່ງຈັດໜັກ ພ້ອມທຸ້ມດຶງຕົວ ເອັມບັບເປ້
ເລີ ປາຣີຊົງ ສື່ຂອງຝຣັ່ງ ລາຍງານວ່າ: ຣີລ ມາດຣິດ ກຳລັງຄິດຈະຂໍຊື້ ຄີລິຍັນ ເອັມ ບັບເປ້ ຫົວຫອກ ປາຣີສ ແຊງ ແຊກແມງ ດ້ວຍຄ່າຕົວສູງ ເຖິງ 400 ລ້ານເອີໂຣ ເຊິ່ງຈະ ເປັນການທຳລາຍສະຖິຕິຄ່າ ຕົວສູງທີ່ສຸດໃນໂລກຂອງ ເນ ມາ ທັນທີ.
ຣີລ ມາດຣິດ ສະໂມ ສອນຍັກໃຫຍ່ແຫ່ງວົງການ ລາ ລາກີ ສະເປນ ກຳລັງພິຈາ ລະນາທີ່ຈະຍື່ນຂໍ້ສະເໜີຂໍຊື້ ຄີ ລິຍັນ ເອັມບັບເປ້ ກອງໜ້າຄົນ ເກັ່ງຂອງ ປາຣີສ ແຊງ-ແຊກ ແມງ ດ້ວຍຄ່າຕົວລວມສູງ ເຖິງ 400 ລ້ານເອີໂຣ. ຕາມ ລາຍງານຂອງ ເລີ ປາຣີຊົງ ສື່ຊື່ດັງຂອງປະເທດຝຣັ່ງ.
ເອັມບັບເປ້ ຕົກເປັນຂ່າວ ກັບ ຣີລ ມາດຣິດ ຕະຫລອດ ຫລາຍປີຜ່ານມາ ໂດຍລາວຖື ເປັນແຟນບານຂອງ ຣີລ ມາ ດຣິດ ຢູ່ແລ້ວ. ຂະນະທີ່ ຊີດານ ກໍມັກຈະອອກມາເວົ້າເຖິງ ດາວເຕະໄວ 20 ປີເລື້ອຍໆ ຈົນເຖິງຂະໜາດເຮັດໃຫ້ ເລ ໂອນາໂດ້ ຜູ້ອຳນວຍການກິ ລາຂອງ ປາຣີ ແຊງ-ແຊກ ແມງ ເຖິງກັບຫງຸດຫງິດ ແລະ ອອກມາບອກໃຫ້ເຊົາເວົ້າເຖິງ ອະນາຄົດຂອງ ເອັມບັບເປ້ ໄດ້ແລ້ວ.
ບໍ່ມີການລະບຸວ່າ: ຣີລ ມາດຣິດ ຕັ້ງໃຈຈະຍື່ນຂໍ້ສະ ເໜີຂໍຊື້ ເອັມບັບເປ້ ໃນເດືອນ ມັງກອນນີ້ ຫລື ປີຕໍ່ໄປ ໂດຍ ຖ້າດາວເຕະທີມຊາດຝຣັ່ງໄດ້ ຍ້າຍດ້ວຍຄ່າຕົວລະດັບນັ້ນ ແທ້ ຈະເຮັດໃຫ້ລາວເປັນນັກ ເຕະທີ່ຍ້າຍທີມດ້ວຍຄ່າຕົວສູງ ເປັນສະຖິຕິໂລກ ຫລັງຈາກ ສະຖິຕິໃນຕອນນີ້ເປັນຂອງ ເນ ມາ ເຊິ່ງຢູ່ທີ່ 222 ລ້ານເອີໂຣ.
ຄວາມຈິງແລ້ວ ຊີດານ ເຄີຍພະຍາຍາມຈະດຶງ ເອັມ ບັບເປ້ ມາຮ່ວມທັບນັບແຕ່ລະ ດູການຜ່ານມາແລ້ວ ໂດຍ ລາວຄິດຈະປ່ອຍ ແກເຣັດ ເບລ ເພື່ອຊ່ວຍເພີ່ມງົບໃນ ການຊື້ ເອັມບັບເປ້ ແຕ່ສຸດ ທ້າຍບໍ່ສາມາດດຶງ ເອັມບັບເປ້ ມາເສີມທັບໄດ້.