ປະທານສະພາປຶກສາການເມືອງທົ່ວປະເທດຈີນ ຈະຢ້ຽມຢາມລາວຢ່າງເປັນທາງການໃນວັນທີ 16-19 ພະຈິກນີ້
ສະຫາຍ ຫວາງ ຢາງ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາປຶກ ສາການເມືອງທົ່ວປະເທດຈີນຈະດໍາເນີນການຢ້ຽມຢາມ ສປປ ລາວຢ່າງເປັນທາງການລະຫວ່າງວັນທີ 16 ຫາ 19 ພະຈິກນີ້ ຕາມການເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ. ເພື່ອເປັນການສົ່ງເສີມຂະຫຍາການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ ສປ. ຈີນ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງເປັນບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ, ຍາວນານ ແລະ ຄູ່ຮ່ວມສະຕາກໍາຈີນ-ລາວ ທີ່ຜູ້ນໍາສູງສຸດຂອງສອງປະເທດໄດ້ເຊັນຕົກລົງກັນໃນເດືອນເມສາ 2019 ນີ້ໃຫ້ປາກົດຜົນເປັນຈິງ.

ສະຫາຍ ຫວາງ ຢາງ ແມ່ນຜູ້ໜ່ຶ່ງທີ່ມີພາລະບົດຕໍ່ການນຳພາຂອງພັກກອມມູນິດຈີນ ແລະ ການສ້າງສາຍພົວພັນອັນດີງາມກັບ ສປປ ລາວ ທ່ານເປັນຄົນຊົນເຜົ່າ ຫານ, ເກີດເມື່ອເດືອນມີນາ ປີ 1955, ທີ່ເມືອງຊູ້ໂຈວ ແຂວງອ່ານຮຸຍ. ເລີ່ມເຮັດວຽກ ໃນເດືອນມິຖຸນາ 1972, ເຂົ້າເປັນສະມາຊິກພັກ ໃນເດືອນສິງຫາ1975, ຈົບຮຽນ ຈາກມະຫາວິທະຍາໄລສູນກາງພັກກອມມູນິດຈີນລະດັບປະລິຍາໂທພາກວິຊາວິສະວະກໍາ.
ທ່ານໄດ້ປະກອບສ່ວນ ໃນການສ້າງສາພັດທະນາໃນຫຼາຍຂົງເຂດ ແລະເຄີຍເປັນຜູ້ຄວບຄຸມການຜະລິດໃນໂຮງງານ, ເປັນຄູສອນ, ເປັນຫົວໜ້າໂຄສະນາອົບຮົມຊາວໜຸ່ມກ້າວສູ່ການເປັນສະມາຊິກພັກກອມມູນິດຈີນ ແລະ ປັດຈຸບັນເປັນກໍາມະການປະຈໍາກົມການເມືອງສູນກາງພັກ ກອມມູນິດຈີນ, ເປັນປະທານສະພາປຶກສາການເມືອງທົ່ວປະເທດຈີນສະໄໝທີ XIII.