ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ

- 031511 2019 - ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ
- kitchen vibe - ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ

1. ເລືອກຫ້ອງນຳ້ທີ່ບໍ່ຄ່ອຍມີຄົນໃຊ້ : ຖ້າເປັນໄປໄດ້ ເລືອກໃຊ້ຫ້ອງນຳ້ທີ່ບໍ່ໄດ້ຢູ່ໃນແຫ່ລງຜູ້ຄົນແອອັດຫລາຍເກີນໄປ ເຊັ່ນ : ຫ້ອງນຳ້ໃນຫ້ອງການຊັ້ນທີ່ມີພະນັກງານໃຊ້ໜ້ອຍ ເປັນຕົ້ນ.

     2. ຢ່າສຳຜັດໂດຍກົງ : ທຸກເທື່ອທີ່ເຂົ້າຫ້ອງນຳ້ສາທາລະນະ ຄວນສຳຜັດກັບສິ່ງຕ່າງໆໃນຫ້ອງນຳ້ໃຫ້ໜ້ອຍທີ່ສຸດ ເຊັ່ນ : ເມື່ອເປີດປະຕູເຂົ້າໄປ ອາດຈະໃຊ້ເຈ້ຍອະນາໄມວາງເທິງລູກບິດປະຕູ ແລ້ວໝູນເຂົ້າໄປ ເປັນຕົ້ນ.

- Visit Laos Visit SALANA BOUTIQUE HOTEL - ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ
- Visit Laos Visit SALANA BOUTIQUE HOTEL - ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ

     3. ເຮັດຄວາມສະອາດກ່ອນນັ່ງລົງເທິງຊັກໂຄກ : ກ່ອນນັ່ງຄວນເຮັດຄວາມສະອາດຝາຊັກໂຄກ ດ້ວຍເຈ້ຍອະນາໄມແບບປຽກຊະນິດຂ້າເຊື້ອພະຍາດ ຫລື ພົກພາເຈ້ຍຮອງນັ່ງໄປປູເທິງຝາຊັກໂຄກກ່ອນຂັບຖ່າຍ. ລະວັງ ຢ່າໃຫ້ແຜ່ນຮອງປຽກນຳ້ເດັດຂາດ ເພາະເຊື້ອພະຍາດອາດຈະແຊກຊຶມມາກັບນຳ້ໄດ້.

     4. ໃຊ້ເວລາໃຫ້ໜ້ອຍທີ່ສຸດ : ໃຊ້ເວລາໃນການເຮັດກິດຈະວັດໃນຫ້ອງນຳ້ໃຫ້ສັ້ນທີ່ສຸດເທົ່າທີ່ຈະເປັນໄປໄດ້, ແຕ່ຖ້າຈຳເປັນຕ້ອງໃຊ້ຊັກໂຄກ ຄວນເລືອກເບິ່ງຫ້ອງທີ່ສະອາດທີ່ສຸດ ແລະ ຫລັງຈາກຂັບຖ່າຍແລ້ວ ຄວນປິດຝາຊັກໂຄກກ່ອນກົດ ເພື່ອປ້ອງກັນເຊື້ອພະຍາດແຜ່ກະຈາຍໃນອາກາດ.

     5. ບໍ່ຢຽບໂຖຊັກໂຄກ : ບໍ່ຄວນໃສ່ເກີບຂຶ້ນໄປນັ່ງເທິງຝາຮອງນັ່ງຊັກໂຄກ ຫລາຍຄົນຄິດວ່າເຮັດແບບນີ້ຈະເຮັດໃຫ້ບໍ່ສຳຜັດກັບເຊື້ອພະຍາດເທິງຊັກໂຄກ ແຕ່ຄວາມຈິງແລ້ວ ລະຫ່ວາງທີ່ຂັບຖ່າຍອາດຈະມີການຟົ້ງກະຈາຍຂອງນຳ້ໃນໂຖຊັກໂຄກ ເຊິ່ງເປັນບ່ອນລວມຂອງເຊື້ອພະຍາດໄດ້ຫລາຍກ່ວາການນັ່ງທຳມະດາກໍມີ.

6. ບໍ່ຕັກນຳ້ທີ່ເປີດໄວ້ມາໃຊ້ລ້າງເຮັດຄວາມສະອາດ : ບໍ່ແນະນຳໃຫ້ຕັກນຳ້ທີ່ຢູ່ໃນຖັງເກົ່າມາໃຊ້ລ້າງ ເຮັດຄວາມສະອາດ ຄວນໃຊ້ໂອຮອງເອົາຈາກກັອກນຳ້ໂດຍກົງເພື່ອປ້ອງກັນເຊື້ອພະຍາດທີ່ສະສົມຢູ່ໃນຖັງ ຫລື ໃນຄຸນຳ້ນັ້ນ ເພາະບາງຄົນເອົາມືຈຸ່ມລ້າງໃນຖັງ ຫລື ຄຸນັ້ນແລ້ວ ຫາກເປັນສາຍສີດກໍຄວນສີດນຳ້ໃຫ້ໄຫລຖິ້ມໄປກ່ອນປະມານ 1 ນາທີ ເພື່ອປ້ອງກັນເຊື້ອພະຍາດທີ່ປະປົນຢູ່ບໍລິເວນອ້ອມໆສາຍສີດ.

     7. ລ້າງມືທຸກເທື່ອຫລັງຈາກແລ້ວກິດຈະວັດ : ເພື່ອບໍ່ໃຫ້ເຊື້ອພະຍາດຕິດມາກັບມື ຄວນລ້າງມືໃຫ້ສະອາດດ້ວຍນຳ້ສະອາດ ແລະ ຖູສະບູ. ວິທີການລ້າງມືໃຫ້ເລີ່ມຕົ້ນລ້າງມືໂດຍຟອກຝາມືທາງໜ້າ – ທາງຫລັງ, ງ່າມມືທາງໜ້າ – ທາງຫລັງ ລວມທັງຟອກສະບູໃສ່ຫົວໂປ້ມື, ຮຸກຖູສິ່ງເປິເປື້ອນບໍລິເວນແຈເລັບ ແລະ ຂໍ້ມື, ລ້າງສະບູອອກດ້ວຍນຳ້ສະອາດ ຈາກນັ້ນເຊັດໃຫ້ແຫ້ງ ດ້ວຍເຈ້ຍເຊັດມື ຫາກບໍ່ມີສະບູ ກໍໃຊ້ນຳ້ສະອາດລ້າງຊຳ້ໆຫລາຍໆເທື່ອເພື່ອຄວາມປອດໄພ.

- 5 - ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ
- 4 - ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ
- 3 - ເຂົ້າຫ້ອງນ້ຳສາທາລະນະຢ່າງປອດໄພໄກພະຍາດ