ໄຟໄໝ້ປ່າຄັ້ງຮຸນແຮງ ຢູ່ ອົສຕາລີ
ລູກເມືອງພວນ
ອົສຕາລີ ອອກມາເຕືອນ ນະຄອນຊິດນີ ໃຫ້ລະວັງ ໄຟໄໝ້ປ່າຄັ້ງຮຸນແຮງ. ຂະນະທີ່ນັກວິທະຍາສາດຄາດວ່າຄວັນໄຟ ໄໝ້ປ່າຈາກ ອົສຕາລີ ຈະພັດເຂົ້າປົກຄຸມ ນິວຊີແລນ ໃນວັນທີ 13 ພະຈິກນີ້. ອົສຕາລີ ໄດ້ປະກາດເຕືອນ ອັນຕະລາຍຈາກເຫດໄຟໄໝ້ປ່າຂັ້ນຫາຍຍະນະໃນວັນນີ້ ໂດຍເຕື່ອນໄພລະດັບສູງສຸດສຳລັບນະຄອນ ຊິດນີ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງ ອົສຕາລີ . ຂະນະທີ່ລະດູການເກີດໄຟປ່າ ເລີ່ມຍາວມາ ແລະ ຮຸນແຮງຍິ່ງຂຶ້ນອັນໄດ້ກາຍ ເປັນໄພຄຸກຄາມຕໍ່ຊີວິດ ແລະ ບ້ານເຮືອນໃນທົ່ວປະເທດກໍເພີ່ມຂຶ້ນເຊັ່ນດຽວກັນ. ຄາດວ່າອຸນຫະພູມທີ່ສູງຂຶ້ນ ແລະ ລົມພັດແຮງ ຈະເຮັດໃຫ້ໄຟລຸກລາມໄປທົ່ວ 50 ແຫ່ງໃນລັດ ນິວເຊົາເວວ ໂດຍໃນຊ່ວງທີ່ຜ່ານມາມີຜູ້ເສຍຊີວິດແລ້ວ 3 ຄົນ ບ້ານເຮືອນ 150 ຫຼັງຖືກທຳລາຍ ທີ່ດິນກ່ວາ 6 ລ້ານໄລ່ຖືກເຜົາໃນລະດູການນີ້.
ນາຍົກລັດຖະມົນຕີ ອົສຕາລີ Scott Morrison ຫຼີກລ່ຽງທີ່ຈະຕອບຄຳຖາມ ປະເດັນການປ່ຽນແປງດິນຟ້າອາກາດ, ເມື່ອຖືກຖາມກັບສະຖານະການໄຟປ່າ ເນື່ອງຈາກ ລັດຖະບານຂອງເຂົາສະໜັບສະໜູນ ອູດສາຫະກຳຖ່ານຫີນທີ່ກໍ່ໃຫ້ເກີດ ແກສ ເຮືອນແກ້ວ ແລະ ພາວະໂລກຮ້ອນ ເຖິງແມ່ນວ່າໄຟປ່າເປັນໄພພິບັດທີ່ມັກເກີດຂຶ້ນເລື້ອຍໆຢູ່ໃນ ອົສຕາລີ ແຕ່ໃນປີນີ້ ອົສຕາລີ ໄດ້ປະເຊີນກັບສະພາບອາກາດທີ່ແຫ້ງແລ້ງ ເປັນໄລຍະເວລາດົນກ່ວາປົກະຕິ ຊຶ່ງສົ່ງຜົນກະທົບຕໍ່ ອົສຕາລີ ຢ່າງໜັກ. ຂະນະທີ່ນັກວິທະຍາສາດຊາວ ນິວຊີແລນ ຄາດວ່າ ຄວັນຈາກເຫດໄຟປ່າຄັ້ງນີ້ທີ່ ອົສຕາລີ ຈະພັດໄປເຖິງ ນິວຊີແລນ ໃນຮູ່ງເຊົ້າວັນທີ 13 ພະຈິກນີ້. ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ໂດຍຄາດວ່າ ຄວັນ ແລະ ຝຸ່ນຈາກເຫດໄຟໄໝ້ຄັ້ງນີ້ ຈະກະທົບໃນພື້ນທີ່ ນິວຊີແລນ ເຖິງ 4 ພັນ ກມ ນັບທັງທະເລ ແທັສມັນ ໄດ້ມີການເຕືອນໄປຍັງກຸ່ມປະຊາຊົນທີ່ມີພາວະສ່ຽງໃຫ້ລະມັດລະວັງເລື່ອງຂອງສຸຂະພາບ. ຢ່າງໃດກໍດີມີການຄາດການວ່າ ກະແສລົມແຮງໃນ ນິວຊີແລນ ອາດຈະຊ່ວຍພັດ ພາຄວັນ ແລະ ຝຸ່ນອອກໄປ ລວມທັງຊ່ວຍປົກປ້ອງລະບົບການຫາຍໃຈຂອງປະຊາຊົນດ້ວຍ.