ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ

- 79ce1a94da4a - ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ
- kitchen vibe - ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ

     ອໍ​ເຣ​ລິ​ໂອ ເດ ລໍ​ເຣນ​ຕິ​ສ ປະ​ທານ​ສະ​ໂມ​ສອນ​ນາ​ໂປ​ລີ ເລີ່ມ​ເບື່ອ​ຕໍ່​ບັນ​ຫາ​ພາຍ​ໃນ​ສະ ໂມ​ສອນ ເມື່ອ​ກຽມ​ພິ​ຈາ​ລະ​ ນາ​ຂາຍ​ທີມ​ໃຫ້​ກຸ່ມ​ທຶນ​ກາ​ຕ້າ ທີ່​ສະ​ເໜີ​ລາ​ຄາ​ສູງ​ເຖິງ 560 ລ້ານ​ເອີ​ໂຣ.

      ເດ​ລີ ເມ​ລ ສື່​ອັງ​ກິດ​ລາຍ ງານ​ວ່າ: ປະ​ທານ​ສະ​ໂມ​ ສອນ​ນາ​ໂປ​ລີ ກຳ​ລັງ​ຕັດ​ສິນ ໃຈ​ວ່າ​ຈະ​ຈະ​ຢຸດ​ຕິ​ບົດ​ບາດ​ທີ່ ເຮັດ​ມາ​ເຖິງ 15 ປີ ເພາະ​ເລີ່ມ ເບື່ອ​ຕໍ່​ບັນ​ຫາ​ພາຍ​ໃນ​ສະ​ໂມ ສອນ ທັງ​ການ​ປະ​ທ້ວງ​ຈາກ ຜູ້​ຫລິ້ນ​ຕົວ​ຫລັກ ໄປ​ຈົນ​ເຖິງ ການ​ປະ​ທ້ວງ​ຈາກ​ແຟນ​ບານ ທີ່ບໍ່​ເຫັນ​ພ້ອມ​ຕໍ່​ແນວ​ທາງ​ ການ​ເຮັດ​ວຽກ​ຂອງ​ລາວ.

- Visit Laos Visit SALANA BOUTIQUE HOTEL - ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ
- Visit Laos Visit SALANA BOUTIQUE HOTEL - ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ

      ຫລ້າ​ສຸດ ສະ​ໂມ​ສອນ​ໄດ້ ຮັບ​ຂໍ້​ສະ​ເໜີ​ຂໍ​ຊື້​ຈາກ​ຕະ​ກູນ ອັ​ລ-ທາ​ຣ​ນີ່ ສະ​ມາ​ຊິກ​ລາດ ຊະ​ວົງ​ກາ​ຕ້າ​ມູນ​ເຖິງ​ກວ່າ 560 ລ້ານ​ເອີ​ໂຣ ແລະ ມີ​ຂ່າວ ວ່າ: ລໍ​ເຣນ​ຕິ​ສ ອາດ​ຈະ​ຍອມ ຂາຍ​ສະ​ໂມ​ສອນ​ຖິ້ມ ແລະ ໄປ ທຸ້ມ​ເທ​ໃຫ້​ແກ່​ສະ​ໂມ​ສອນ​ບາ ຣີ່ ທີມ​ດັງ​ໃນ​ເຊ​ເຣຍ​ບີ ທີ່​ລາວ ຫາ​ກໍ​ທຸ້ມ​ເງິນ​ຊື້​ໄປ​ໃນ​ປີ 2018 ແທນ.

      ຂະ​ນະ​ທີ່​ບັນ​ດາ​ນັກ​ເຕະ ຂອງ​ນາ​ໂປ​ລີ ຕັດ​ສິນ​ໃຈ​ຖິ້ມ ເຮືອນ​ຂອງ​ຕົນ​ເອງ ເນື່ອງ ຈາກ​ຢ້ານ​ພວກກອງ​ເຊຍ​ຫົວ ຮຸນ​ແຮງ​ຂອງ​ສະ​ໂມ​ສອນ​ຈະ ມາ​ແກ້​ແຄ້ນ ດ້ວຍ​ການ​ທຳ ຮ້າຍ​ເມຍ ແລະ ລູກ​ຂອງ​ພວກ ເຂົາ ຈາກ​ການ​ເປີດ​ເຜີຍ​ຂອງ ໄຣ ນິວ ສື່​ຂອງ​ອິ​ຕາ​ລີ.

       ໂດຍ ເຈນ​ນີ່ ເມຍ​ຂອງ ລໍ ເຣນ​ໂຊ່ ອິນ​ຊິນ​ເຍ່ ຕັດ​ສິນ​ໃຈ ຍ້າຍ​ໄປ​ຢູ່​ເຮືອນ​ຂອງ​ພໍ່​ແມ່ ແລະ ມີ​ແຜນ​ຈະ​ຢູ່​ບ່ອນ​ນັັ້ນ​ໃນ ຊ່ວງ​ທີ່ ອິນ​ຊິນ​ເຍ່ ເດີນ​ໄປ​ຮັບ ໃຊ້​ທັບ​ທີມ​ຊາດ​ອິ​ຕາ​ລີ, ສ່ວນ ລໍ​ຣ່າ ສະ​ໂລ​ວິກ ເມຍ​ຂອງ ປິ ໂອ​ເຕີ ຊີ​ລິນ​ສະ​ກີ້ ເດີນ​ທາງ ກັບ​ໄປ​ໂປ​ໂລຍ​ໃນ​ຊ່ວງ​ທີ່​ຜົວ ຂອງ​ນາງ​ລົງ​ຫລິ້ນ​ໃຫ້​ປະ​ ເທດ​ບ້ານ​ເກີດ ຫລັງ​ລົດ​ຍົນ ຂອງ​ພວກ​ເຂົາ​ຖືກ​ທຸບ​ຈົນ​ເພ ເສຍ​ຫາຍ​ຈາກ​ຝີ​ມື​ແຟນ​ບານ ຫົວ​ຮຸນ​ແຮງ​ຂອງ​ນາ​ໂປ​ລີ.

     ທັງ​ນີ້​ຍັງ​ມີ​ຜູ້​ຫລິ້ນຫລາຍ ຄົນ​ຂອງ​ນາ​ໂປ​ລີ ລວມ​ທັງ ຄາ​ລິ​ດູ ຄູ​ລິ​ບາ​ລີ່ ກອງ​ຫລັງ ຈອມ​ເກັ່ງ ທີ່​ຕັດ​ສິນ​ໃຈ​ຈ້າງ ທີມ​ບໍ​ດີ​ກາດ​ເພີ່ມ ເພື່ອ​ຈະ​ຊ່ວຍ ເບິ່ງ​ແຍງ​ຄວາມ​ປອດ​ໄພ​ຂອງ ຄອບ​ຄົວ​ພວກ​ເຂົາ ເນື່ອ ຈາກ​ແຟນ​ບານ​ກຸ່ມ​ໜຶ່ງ​ທີ່ບໍ່​ພໍ ໃຈ​ນັກ​ເຕະ ເພາະ​ພວກ​ເຂົາ​ປະ ຕິ​ເສດ​ເຂົ້າ​ແຄມ​ເກັບ​ຕົວ​ທັນ​ທີ ໂດຍບໍ່​ມີ​ວັນ​ພັກ​ຫລັງ​ທີມ​ຜົນ ງານບໍ່​ດີ.

- 3 - ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ
- 4 - ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ
- 5 - ປະທານນາໂປລີ ເບື່ອບັນຫາພາຍໃນ ກຽມຂາຍສະໂມສອນ 560 ລ້ານເອີໂຣ