ລັດແກ້ໄຂການເກັບອາກອນທີ່ບໍ່ສອດຄ່ອງຕາມການສະເໜີຂອງນັກລົງທຶນ
ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ລັດຖະບານໄດ້ປັບປຸງແກ້ໄຂບັນຫາການເກັບອາກອນຫລາຍປະເພດທີ່ເຫັນວ່າບໍ່ສອດຄ່ອງຕາມການສະເໜີຂອງນັກລົງທຶນ ເປັນຕົ້ນ: ການເກັບອາກອນມູນຄ່າເພີ່ມຈາກລາຍຮັບຂອງທະນາຄານທີ່ບໍ່ແມ່ນດອກເບ້ຍ, ການເກັບອາກອນມູນຄ່າເພີ່ມຈາກຄ່າບໍລິການຂົນສົ່ງສິນຄ້າຜ່ານແດນ ແລະ ການເກັບອາກອນຊົມໃຊ້ອິນເຕີເນັດ.
ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ກ່າວວ່າ: ພາຍຫລັງມີນັກລົງທຶນ ກໍຄືຜູ້ປະກອບການ ສະເໜີຂໍຍົກເວັ້ນອາກອນມູນຄ່າເພີ່ມປະເພດດັ່ງກ່າວໃນກອງປະຊຸມທຸລະກິດຄັ້ງທີ 11 ຜ່ານມາ, ຈາກນັ້ນກະຊວງການເງິນກໍໄດ້ຄົ້ນຄວ້າ ແລະ ກໍານົດເພີ່ມໃນກົດໝາຍອາກອນມູນຄ່າເພີ່ມສະບັບປັບປຸງປີ 2018 ໃນມາດຕາ 12 ລະບຸວ່າ: ໃຫ້ດອກເບ້ຍເງິນຝາກ, ດອກເບ້ຍເງິນກູ້, ລາຍຮັບຈາກການໂອນເງິນ, ກໍາໄລຈາກອັດຕາແລກປ່ຽນ ແລະ ທຸລະກໍາດ້ານການເງິນອື່ນໆ ຈາກການເຄື່ອນໄຫວຂອງທະນາຄານທຸລະກິດ ຫລື ສະຖາບັນການເງິນອື່ນທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃຫ້ຍົກເວັ້ນອາກອນມູນຄ່າເພີ່ມ, ພ້ອມດຽວກັນນັ້ນ ກົດໝາຍສະບັບດັ່ງກ່າວ ກໍໄດ້ຍົກເວັ້ນການເກັບອາກອນມູນຄ່າເພີ່ມຈາກການຂົນສົ່ງຜ່ານແດນສາກົນນໍາອີກ.
ນອກນີ້, ກະຊວງການເງິນ ຍັງໄດ້ກໍານົດໃນກົດໝາຍອາກອນຊົມໃຊ້ໃຫ້ເກັບອາກອນຊົມໃຊ້ຈາກການບໍລິການອິນເຕີເນັດຈາກ 10% ລົງມາເຫລືອ 3% ແລ້ວ, ເນື່ອຈາກເຫັນວ່າອິນເຕີເນັດແມ່ນມີຄວາມສໍາຄັນ ແລະ ຈໍາເປັນໃນການນໍາໃຊ້ສຶກສາຄົ້ນຄວ້າ, ວິໄຈ ແລະ ພັດທະນາປະເທດ ຈຶ່ງບໍ່ຖືວ່າອິນເຕີເນັດເປັນສີນຄ້າຟູມເຟືອຍ.