ປກສ ນະຄອນຫລວງຊັບຊ້ອນໜ້າທີ່ຂັ້ນບັນຊາຫລາຍຕໍາແໜ່ງ
ເມື່ອທ້າຍອາທິດຜ່ານມານີ້, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ມີພິທີປະກາດການປັບປຸງຊັບຊ້ອນໜ້າທີ່ຂັ້ນບັນຊາຫລາຍຕໍາແໜ່ງ, ໂດຍການເປັນປະທານຂອງທ່ານພົນຕີ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງກະຊວງ ປກສ ແລະ ທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໂດຍໄດ້ແຕ່ງຕັ້ງທ່ານພັນເອກ ພີມມະສອນ ທໍາມະວົງ ເລຂາຊາວໜຸ່ມກະຊວງ ມາເປັນຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ. ສ່ວນຮອງກອງບັນຊາການທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.
ໃນພິທີຍັງໄດ້ປະກາດໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫລວດທີ່ຂຶ້ນກັບກອງບັນຊາການ ປກສ ນະຄອນຫລວງໄປຮັບໜ້າທີ່ຢູ່ບັນດາຫ້ອງການ ແລະ ກອງບັນຊາການ ປກສ ເມືອງ ອ້ອມຂ້າງນະຄອນຫລວງຕື່ມອີກ 34 ສະຫາຍ.