ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ

- 2222 1 - ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ
- kitchen vibe - ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ

ຮຽບຮຽງໂດຍ: ລູກເມືອງພວນ

ໜຶ່ງໃນເຫດຜົນຕົ້ນຕໍ ທີ່ພາໃຫ້ພະນັກງານໃຕ້ການບັງຄັບບັນຊາ ປະລະໜ້າທີ່ວຽກງານ, ບັນຫາໜຶ່ງກໍແມ່ນຍ້ອນ ຜູ້ບໍລິຫານຄຸ້ມຄອງອ່ອນ, ເຮັດວຽກບໍ່ມີສະມັດຕະພາບ ອັນໄດ້ສົ່ງຜົນສະທ້ອນເຖິງຜົນປະໂຫຍດລວມຂອງກົມກອງລວມໝູ່ ກໍຄືຂອງຊາວຜູ້ອອກແຮງງານເວົ້າລວມ

- Visit Laos Visit SALANA BOUTIQUE HOTEL - ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ
- Visit Laos Visit SALANA BOUTIQUE HOTEL - ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ

ກ່ອນອື່ນໝົດ ຜູ້ບໍລິຫານຕ້ອງຮູ້ສ້າງແຜນການ, ຮູ້ຮ່ວມມື, ຮູ້ຊີ້ນຳນຳພາ ແລະ ຄຸ້ມຄອງພະນັກງານແນວໃດ. ນອກຈາກນັ້ນຍັງຕ້ອງໄດ້ສ້າງສະພາບແວດລ້ອມໃນການເຮັດວຽກ, ສະພາບແວດລ້ອມການດຳລົງຊີວິດຂອງພະນັກງານໃຫ້ດີ ເພື່ອໃຫ້ພະນັກງານມີຈິດໃຈຕິດພັນ ແລະ ຮັກວິຊາສະເພາະຕົນເອງ.

ຜູ້ບໍລິຫານທີ່ເກັ່ງຕ້ອງຮູ້:

– ຮູ້ສ້າງພະລັງໃຫ້ພະນັກງານ

– ຈັດວາງຊັບຊ້ອນ ແລະ ຮັກສາຜູ້ທີ່ເກັ່ງ ມີຄວາມສາມາດໄວ້

– ຊີ້ໃຫ້ເຂົາເຫັນຄວາມສຳຄັນຂອງໜ້າວຽກ

– ແນະນຳ ແລະ ສ້າງພະນັກງານໃໝ່ຂຶ້ນມາ

– ບໍ່ຄວນເລັ່ງທວງວຽກງານ

– ຮູ້ຍ້ອງຄົນໃຫ້ຖືກກາລະເທສະ

– ຕ້ອງຊອກໃຫ້ເຫັນບຸກຄົນທີ່ໂດດເດັ່ນ

– ສະແດງຄວາມເອົາໃຈໃສ່ຕໍ່ທຸກຄົນໃຫ້ເທົ່າທຽມກັນ

– ໃຫ້ກຽດ ແລະນັບຖືພະນັກງານທຸກຄົນ

– ຍົກສູງຜູ້ທີ່ເປັນແບບຢ່າງໃນໜ້າທີ່ວຽກງານ

ຄຸນບັກສະນະຜູ້ນຳທີ່ພະນັກງານນັບຖື ແລະ ຮັກຫອມ, ຍົກຍ້ອງ:

1. ຕີລາຄາພະນັກງານໃຫ້ພາວະວິໄສ

2. ຊີ້ໃຫ້ເຂົາເຫັນຈຸດບົກຜ່ອງ

3. ສ້າງສະພາບແວດລ້ອມຂອງການເຮັດວຽກ ແລະ ດຳລົງຊີວິດໃຫ້ເທົ່າທຽມກັນ

4. ສ້າງເງື່ອນໄຂໃຫ້ພະນັກງານມີໂອກາດພັດທະນາຕົນເອງ

5. ຈັດວາງຊັບຊ້ອນໜ້າວຽກໃຫ້ແຕ່ລະຄົນຮັບຜິດຊອບ

ຄຸນລັກສະນະຂອງຜູ້ນຳທີ່ບໍ່ຄວນກະທຳ:

1. ສອດສ່ອງເອົາແຕ່ຄວາມຜິດ

2. ບໍ່ຄວນປຸກລະດົມພະນັກງານ

3. ຢ່າເອົາຜົນງານມາເປັນຂອງຕົນເອງຜູ້ດຽວ

4. ບໍ່ຄວນເຄັ່ງຄັດເກີນໄປ

5. ບໍ່ແນະນຳໜ້າວຽກ

ຜູ້ບໍລິຫານມີບົດບາດຕັດສິນຜົນສຳເລັດ ຫຼື ປະລາໄຊຂອງໜ້າທີ່ວຽກງານ ສະນັ້ນຜູ້ບໍລິຫານຕ້ອງຮູ້ສ້າງຄວາມເຊື່ອໝັ້ນ ແລະ ຮູ້ ໃຫ້ຄວາມເມດຕາຕໍ່ພະນັກງານ.

—————————-

- 3 - ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ
- 5 - ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ
- 4 - ສິ່ງໃດຄວນ ແລະ ບໍ່ຄວນກະທຳຂອງຜູ້ບໍລິຫານ