ຍ່າງເພື່ອສຸຂະພາບສະຫລອງວັນແຮງງານສາກົນຄົບຮອບ 100 ປີ
ກິດຈະກໍາຍ່າງເພື່ອສຸຂະພາບໄລຍະທາງ 5 ກິໂລແມັດແຕ່ປະຕູໄຊຫາສູນການຄ້າວຽງຈັນເຊັນເຕີ ເພື່ອສະເຫລີມສະຫລອງວັນແຮງງານສາກົນຄົບຮອບ 100 ປີໄດ້ຈັດຂຶ້ນໃນເຊົ້າວັນທີ 16 ພະຈິກນີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລາຍ.

ໃນໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນວ່າ: ອົງການແຮງງານສາກົນ (ILO) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1919, ເປັນອົງການເຄືອຂ່າຍຂອງອົງການສະຫະປະຊາຊາດ ທີ່ສຸມໃສ່ການຄຸ້ມຄອງວຽກງານແຮງງານໃນທົ່ວໂລກ, ເປັນອົງການສະເພາະທີ່ມີຜູ້ຕາງໜ້າຈາກລັດຖະບານ, ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເຮັດວຽກຮ່ວມກັນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວໃນວັນທີ 23 ມັງກອນ 1964 ໂດຍໄດ້ໃຫ້ສັດຕະຍາບັນສົນທິສັນຍາກັບອົງການແຮງງານສາກົນທັງໝົດ 10 ສະບັບ ແລະ ຕະຫລອດໄລຍະ 55 ປີຜ່ານມາ ສປປ ລາວໄດ້ເອົາໃຈໃສ່ແກ້ໄຂບັນຫາກ່ຽວກັບແຮງງານໃນຫລາຍດ້ານ ເພື່ອເປັນການສ້າງຄວາມຍຸຕິທຳໃນສັງຄົມ, ສົ່ງເສີມວຽກທີ່ມີຄຸນນຄ່າ ແລະ ເປັນທຳ, ພ້ອມທັງພັດທະນາມາດຕະຖານແຮງງານລາວໃຫ້ທຽບເທົ່າສາກົນ ແລະ ອື່ນໆ.

ສຳລັບກິດຈະກຳຍ່າງເພື່ອສຸຂະພາບ ແລະ ງານວາງສະແດງການພັດທະນາວຽກງານສີມືແຮງງານຄັ້ງນີ້ ກໍເພື່ອເປັນການສະຫລອງໃນໂອກາດຄົບຮອບ 100 ປີວັນແຮງງານສາກົນ, ເພື່ອແນໃສ່ໃຫ້ສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈວຽກງານພັດທະນາແຮງງານລາວ ເປັນຕົ້ນແມ່ນການໄປອອກແຮງງານຢູ່ຕ່າງປະເທດທີ່ຖືກລະບຽບກົດໝາຍ ແລະ ມີຄວາມປອດໄພ, ໂດຍມີມວນຊົນເຂົ້າຮ່ວມຊົມງານວາງສະແດງດັ່ງກ່າວເປັນຈໍານວນຫລາຍ.